ສະຫະລັດອາເມຣິກາ-ອູແກຣນ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບແຮ່ທາດ
ໃນວັນທີ 20 ເມສາ 2025ນີ້, ສະຫະລັດ ອາເມຣິກາ-ອູແກຣນ ໄດ້ລົງນາມ ໃນບົດບັນທຶກຊ່ວຍຈຳກ່ຽວກັບແຮ່ທາດ, ເຊິ່ງນີ້ ແມ່ນບາດ
ກ້າວທຳອິດ ມຸ່ງໄປເຖິງ ເລື່ອງບັນລຸຂໍ້ຕົກລົງກ່ຽວກັບ ການພັດທະນາ ແຫຼ່ງຊັບພະຍາກອນ ແຮ່ທາດຢູ່ອູແກຣນ.
ທ່ານ ຢູເລຍ ຊີຣີເດນໂກ ຮອງນາຍົກລັດຖະມົນຕີ ຜູ້ທີໜຶ່ງ ທັງເປັນ ລັດຖະມົນຕີ ກະຊວງເສດຖະກິດ ອູແກຣນ ໄດ້ປະກາດ ກ່ຽວກັບ
ການລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບສັນຕິຖານກັບຄູ່ຮ່ວມມື ສະຫະລັດອາເມຣິກາ, ສ້າງປະຖົມປັດໃຈ ໃຫ້ແກ່ຂໍ້ຕົກລົງຄູ່ຮ່ວມມື
ເສດຖະກິດ ແລະ ການສ້າງຕັ້ງກອງທຶນລົງທຶນສ້າງສັນ ອູແກຣນ ຄືນໃໝ່. ກ່ອນໜ້ານີ້ ມີຄະນະຜູ້ແທນຂອງ ອູແກຣນ ໄດ້ເດີນທາງໄປ ວໍຊິງ
ຕັນ ເພື່ອດຳເນີນການເຈລະຈາ ພາຍຫຼັງອຳນາດການປົກຄອງຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ຍົກອອກຂໍ້ຕົກ
ລົງໃໝ່ຢ່າງຮອບດ້ານ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/04/2025