
ຍີ່ປຸ່ນ ມີຜູ້ເຖົ້າອາຍຸ 100 ປີ ບັນລຸ 1 ແສນກວ່າຄົນ ເປັນຄັ້ງທຳອິດ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອບໍ່ດົນມານີ້, ກະຊວງ ສາທາລະນະສຸກ ແຮງງານ ແລະ ສະຫວັດ
ດີການ ຂອງ ຍີ່ປຸ່ນ ລາຍງານວ່າ: ຈຳນວນປະຊາກອນ ຍີ່ປຸ່ນ ທີ່ມີອາຍຸ 100 ປີຂຶ້ນໄປ ເພີ່ມຂຶ້ນເປັນ 107.677 ຄົນ ໃນປີນີ້, ເຊິ່ງຖືເປັນຄັ້ງທຳອິດ ທີ່ບັນ
ລຸຕົວເລກກວ່າ 100.000 ຄົນ.
ຈຳນວນຜູ້ທີ່ມີອາຍຸ 100 ປີຂຶ້ນໄປ ໃນ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກທີ່ມີພຽງ 153 ຄົນ ເມື່ອເລີ່ມເກັບກຳ ຕົວເລກສະຖິຕິ ຢ່າງເປັນທາງການ
ໃນປີ 1963 ແລະ ເພີ່ມຂຶ້ນເປັນປະມານ 10.000 ຄົນ ເມື່ອປີ 1998. ຄວາມສຳເລັດດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງການພັດທະນາດ້ານສາທາລະນະ
ສຸກ ແລະ ການແພດ ລວມເຖິງພຶດຕິກຳການຮັບປະທານອາຫານ ແລະ ການໃຊ້ຊີວິດທີ່ສົ່ງເສີມສຸ ຂະພາບ. ໂດຍອົງການສະຫະປະຊາຊາດ (ສປຊ) ປະ
ເມີນວ່າ ທົ່ວໂລກມີຜູ້ທີ່ມີອາຍຸ 100 ປີຂຶ້ນໄປ ປະມານ 672.000 ຄົນ.
ໃນນັ້ນປະເທດ ຍີ່ປຸ່ນ ມີຈຳນວນຫລາຍທີ່ສຸດ ກວມເອົາປະມານ 88% ເປັນເພດຍິງ, ເຊິ່ງມີອາຍຸຍືນຍາວກວ່າເພດຊາຍ ສ່ວນໜຶ່ງແມ່ນມາຈາກປັດ
ໄຈສ່ຽງຈາກການສູບຢາ, ການດື່ມເຫຼົ້າຢ່າງໜັກ ແລະ ອຸບັດເຫດຮ້າຍແຮງທີ່ມີໜ້ອຍກວ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/09/2026