ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາ​ປະເທດ EU ຕົກລົງ​ເປັນ​ເອກະ​ພາບ​ຢຸດຕິ​
ການ​ນຳ​ເຂົ້າ​ອາຍ​ແກັດ​ຈາກ ຣັດ​ເຊຍ ໃນ​ທ້າຍ​ປີ 2027

     ວັນ​ທີ 20 ຕຸລາ ນີ້​ ບັນດາ​ປະເທດ​ສະມາຊິກ​ສະຫະພາບ​ເອີ​ຣົບ (EU) ໄດ້​ຕົກລົງ​ເປັນ​ເອກະ​ພາບ​ຢຸດຕິ​ການ​ນຳ​ເຂົ້າ​ອາຍ​ແກັດ​ຈາກ ​ຣັດ
ເຊຍ ໃນ​ທ້າຍ​ປີ 2027, ພ້ອມ​ທັງ​ຢຸດຕິ​ການ​ຂຶ້ນ​ກັບ​ພະລັງງານ​ຂອງ ຣັດ​ເຊຍ ໃນ​ສະພາບ​ການ​ສົງຄາມ​ຢູ່ ອູ​ແກຼນ ພວມ​ແກ່ຍາວ. ໃນ​ການ​
ປະຊຸມ​ຢູ່ ລຸກ​ຊຳ​ບວກ, ບັນດາ​ລັດຖະມົນຕີ​ກະຊວງ​ພະລັງງານ​ຂອງ EU ໄດ້​ຮັບຮອງ​ເອົາ​ແຜນການ​ຂອງ​ຄະນະ​ກຳມະການ​ເອີ​ຣົບ (EC) ເພື່ອ
​ແນໃສ່​ປັດ​ເຂ່ຍ​ແຫຼ່ງ​ສະໜອງ​ອາຍ​ແກັດ​ຂອງ ຣັດ​ເຊຍ. ເຖິງ​ຢ່າງໃດ​ກໍ​ຕາມ, ຂໍ້​ຕົກລົງ​ດັ່ງກ່າວ​ຕ້ອງ​ມີ​ການ​ໃຫ້​ສັດຕະຍາບັນ​ຂອງ​ລັດ​ຖະ​ສະພາ​
ເອີ​ຣົບ (EP). ດານ​ມາກ ເປັນ​ປະເທດ​ທີ່​ດຳ ລົງ​ບົດບາດ​ເປັນ​ປະທານ​ໝູນ ວຽນ EU ຮອດ​ທ້າຍ​ປີ 2025, ຫວັງ​ວ່າ EP ຈະ​ຮັບຮອງ​ເອົາ​ຂໍ້​
ຕົກລົງ​ນີ້ ກ່ອນ​ປີ​ໃໝ່. EU ຢາກ​ຜ່ານ​ການ​ຢຸດຕິ​ຊື້​ອາຍ​ແກັດ​ຂອງ ຣັດ​ເຊຍ ເພື່ອ​ສະກັດ​ກັ້ນ​ແຫຼ່ງ​ການ​ເງິນ​ສຳຄັນ​ຂອງ​ປະເທດ​ນີ້. ໃນ EU ມີ
2 ປະເທດ​ຄື: ສະ​ໂລ​ວາ​ກີ ແລະ ຮົງ​ກາ​ຣີ ແມ່ນ​ຂຶ້ນ​ກັບ​ແຫຼ່ງ​ອາຍ​ແກັດ ຣັດ​ເຊຍ ຫຼາຍ​ທີ່​ສຸດ ແລະ ຄັດຄ້ານ​ມາດ​ຕະການ​ນີ້ ແຕ່​ປັດຈຸບັນ ຍາກ
​ທີ່​ຈະ​ປະຕິເສດ​ຄວາມ​ຕັດສິນ​ໃຈ​ລວມ​ຂອງ​ທັງ​ກຸ່ມ​ນີ້​ໄດ້.

ແຫຼ່ງທີ່ມາ: ຂກທ
ວັນທີ 23/10/2025