ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ພ້ອມ​​ເຈລະຈາ​ໂດຍ​ກົງ​ ກັບ ອູ​ແກຣນ ກ່ຽວ​ກັບ​ສັນຕິພາບ


ທ່ານ ວາຣາ ດິເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ

     ໃນ​ວັນ​ທີ 21 ເມສາ 2025 ນີ້, ທ່ານ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ ໄດ້​ສະເໜີ​ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ​ສອງ​ຝ່າຍ ກັບ ອູ​ແກຣນ
ແລະ ຢືນຢັນ​ວ່າ, ຣັດ​ເຊຍ “ຮັກສາ​ທ່າ​ທີ່​ຢ່າງ​ຕັ້ງໜ້າ​ ​ບໍ່​ວ່າ​ຂໍ້​ລິ​ເລິ່ມ​ສັນຕິພາບ​ໃດ” ແລະ “ລໍຖ້າ​ບາດກ້າວ​ເດີນ​ທີ່​ຄ້າຍຄື​ກັນ” .

     ພາຍຫຼັງ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ປູ​ຕິນ ເວົ້າ​ວ່າ: ອາດ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ​ພົນ​ລະ​ເຮືອນ,
ນັບ​ທັງ​ສອງ​ຝ່າຍ ເພື່ອ​ນຳໄປ​ສູ່​ການ​ເຈລະຈາ ທີ່​ໝັ້ນຄົງ​ໃນ​ອະນາຄົດ. ໃນ​ວັນ​ດຽວ​ກັນ, ທ່ານ ປະທານາທິບໍດີ ອູ​ແກຣນ ໄດ້​ປະກາດ​ວ່າ: ໄດ້​
ສົ່ງ​ຄະນະ​ຜູ້​ແທນ​ໄປ​ເຖິງ ລອນ​ດອນ ໃນ​ວັນ​ທີ 23 ເມສາ 2025 ເພື່ອ​ເຂົ້າ​ຮ່ວມ​ການ​ເຈ ລະຈາ​ກັບ ອັງກິດ, ຝຣັ່ງ ແລະ ອາ​ເມ​ຣິ​ກາ ເພື່ອ​
ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ການ​ຢຸດປະ​ທະ​ກັນ​ທີ່​ແກ່ຍາວ​ກວ່າ 3 ປີຜ່ານມາ.

ແຫຼ່ງທີ່ມາ: ຂກທ
ວັນທີ 24/04/2025