ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ຈາກ 208 ໂດ​ລາ ເປັນ 210 ໂດ​ລາ

     ​ວັນ​ທີ 23 ກັນຍາ 2025 ທ່ານ ຮຸນ​ມາ​ເນດ ນາຍົກລັດຖະມົນຕີ ກຳປູເຈຍ ເປີດເຜີຍ​ໃນ​ສື່​ສັງຄົມ​ອອນ​ລາຍ​ຂອງ​ຕົນ​ວ່າ: ກຳປູເຈຍໄດ້​ປັບ
​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ປະຈຳ​ປີ 2026 ຂອງ​ປະເທດ ເພີ່ມ​ຂຶ້ນ​ຈາກ 208 ໂດ​ລາ ເປັນ 210 ໂດ​ລາ ໃຫ້​ແກ່​ຄົນ​ງານ​ໃນ​ຂະແໜງ​ຕ່ຳແຜ່ນ, ເຄື່ອງ
ນຸ່ງ​ຫົ່ມ, ເກີບ, ສິນຄ້າ​ສຳລັບ​ການ​ເດີນທາງ ແລະ ກະເປົາ.

     ນອກຈາກ​ການ​ເພີ່ມ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ແລ້ວ, ແຮງ​ງານ​ໃນ​ ກຳປູເຈຍ​ ຍັງ​ຈະ​ໄດ້​ຮັບ​ສະຫວັດດີ​ການ​ປະຈຳ​ເດືອນ​ຕື່ມ​ອີກ​ເຊັ່ນ: ເງິນ
ໂບ​ນັດ 10 ໂດ​ລາ​ຕໍ່​ເດືອນ, ສຳລັບ​ການ​ມາ​ເຮັດ​ວຽກ​ເປັນ​ປົກກະຕິ, ເງິນ​ຊ່ວຍເຫຼືອ​ຄ່າ​ເດີນທາງ ແລະ ຄ່າ​ເຊົ່າ​ບ່ອນຢູ່​ອາໄສ 7 ໂດ​ລາ​ຕໍ່​ເດືອນ
ແລະ ເງິນ​ອຸດ​ໜູນ​ຕາມ​ອາຍຸ​ການ 2-11 ໂດ​ລາ​ຕໍ່​ເດືອນ. ກະຊວງ​ແຮງ​ງານ ແລະ ການ​ເຝິກອົບຮົມ​ວິຊາ​ຊີບ​ຂອງ​ກຳປູເຈຍ ລະບຸ​ວ່າ:ອຸດສາຫະກຳ​
ຕັດຫຍິບ, ເກີບ, ສິນຄ້າ​ສຳລັບ​ການ​ເດີນທາງ ມີ​ໂຮງງານ​ທັງ​ໝົດ 1.500 ກວ່າ​ແຫ່ງ ແລະ ມີ​ກຳມະກອນ​ປະມານ 900.000 ຄົນ, ຖື​ເປັນ​ແຫຼ່ງ
​ລາຍ​ຮັບ​ເງິນຕາ​ຕ່າງປະເທດ​ໃຫຍ່​ທີ່​ສຸດ​ຂອງ​ປະເທດ. ຂະນະ​ດຽວ​ກັນ, ກົມ​ພາສີ ແລະ ອາກອນ​ຂອງ​ ກຳປູເຈຍ ເປີດເຜີຍ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກຳປູ
ເຈຍ ​ສົ່ງ​ອອກ​ສິນຄ້າ​ໃນ​ຂະແໜງ​ນີ້ ມູນ​ຄ່າ 7,62 ຕື້​ໂດ​ລາ, ແຕ່​ ເດືອນ ​ມັງກອນ ຫາ ເດືອນ​ ມິຖຸນາ ​ປີ 2025, ເພີ່ມ​ຂຶ້ນ 22% ຈາກ 6,24
ຕື້​ໂດ​ລາ ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 24/09/2025