ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເລືອກ​ຕັ້ງ​ປະທານາທິບໍດີ ສ ເກົາຫຼີ ຊຸດ​ທີ 21 ຈະ​ຈັດ​ຂຶ້ນ ໃນ​ວັນ​ທີ 3 ມິຖຸນາ​
ນີ້ການ​ເລືອກ​ຕັ້ງ​ປະທານາທິບໍດີ ສ ເກົາຫຼີ ຊຸດ​ທີ 21 ຈະ​ຈັດ​ຂຶ້ນ ໃນ​ວັນ​ທີ 3 ມິຖຸນາ​ ນີ້


ທ່ານ ລີ​ແຈ​ມຽງ ອະດີດຫົວໜ້າ ​ພັກປະຊາທິປະໄຕ​ຮ່ວມ ເຊິ່ງ​ເປັນ​ພັກຝ່າຍ​ຄ້ານໃຫຍ່​ທີ່​ສຸດ ຂອງ ສ ເກົາຫຼີ 

     ວັນ​ທີ 22 ເມສາ​ 2025 ນີ້​, ສະ​ຖາ​ບັນຄົ້ນຄວ້າ ຫາງ​ສຽງສັງຄົມ ສ ເກົາຫລີ ໄດ້​ສຳ​ຫລວດ ຄວາມ​ຄິດ​ເຫັນປະຊາຊົນ ກ່ຽວ​ກັບການ​ເລືອກ​
ຕັ້ງປະທານາທິບໍດີ ເຊິ່ງ​ຜົນ​ການ​ສຳ​ລ້າ​ສຸດສະແດງ​ໃຫ້​ເຫັນ​ວ່າ ທ່ານ ລີ​ແຈ​ມຽງ ອະດີດ ຫົວໜ້າ​ພັກປະຊາທິປະໄຕ​ຮ່ວມ ເຊິ່ງ​ເປັນ​ພັກຝ່າຍ​ຄ້ານ
ໃຫຍ່​ທີ່​ສຸດ ຂອງ ສ ເກົາຫຼີ ຢູ່​ອັນ​ດັບ​ທີ 1 ດ້ວຍ​ອັດຕາ ການ​ສະໜັບສະ​ໜູນ 46,1 %, ທ່ານ ຮານ​ດັກ​ຊູ ຢູ່​ອັນ​ດັບ​ທີ 2 ດ້ວຍ​ອັດຕາ ການ​ສະໜັບ
ສະ​ໜູນ 10,6 % ເຊິ່ງ​ເປັນ​ຜູ້​ສະໝັກພຽງ​ໜຶ່ງ​ດຽວ ຈາກ​ພັກຝ່າຍ​ອະນຸລັກ​ນິຍົມ ທີ່​ມີ​ອັດຕາ ການ​ສະໜັບສະໜູນຫຼາຍ​ກວ່າ 10 %. ອີງ​ຕາມວາ
ລະ​ການ​ເລືອກ​ຕັ້ງ, ສອງ​ພັກ​ການເມືອງຂອງ ສ ເກົາຫຼີ ຈະ​ຕົກລົງເລືອກ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ ຮອບ​ສຸດ​ທ້າຍ ໃນ​ວັນ​ທີ 27 ເມສາ​ນີ້ ແລະ ວັນ​
ທີ 3 ພຶດສະພາ ​ປີ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 25/04/2025