
ການຊຸກຍູ້ສັນຕິພາບ-ຄວາມໝັ້ນຄົງສາກົນ ຜ່ານລັດທິຫຼາຍຝ່າຍ
ຄືການແກ້ໄຂຄວາມຂັດແຍ້ງ ໂດຍສັນຕິ

ວິທະຍຸ ສາກົນ ແຫ່ງ ສປ ຈີນ ລາຍງານ ວັນທີ 24 ກໍລະກົດວ່າ: ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ (ສປຊ)
ໄດ້ຈັດກອງປະຊຸມ ພາຍໃຕ້ຫົວຂໍ້ “ ການຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຜ່ານລັດທິຫຼາຍຝ່າຍ ແລະການແກ້ໄຂຄວາມຂັດແຍ້ງກັນ
ໂດຍສັນຕິ ” ໂດຍໄດ້ເປັນເອກະພາບກັນຮັບຮອງເອົາມະຕິກ່ຽວກັບການເພີ່ມທະວີ ກົນໄກແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ.
ມະຕິສະບັບນີ້ ຍັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງນຳໃຊ້ກົນໄກແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິທີ່ກຳນົດໄວ້ໃນພາກທີ 6 ຂອງ
ກົດບັດ ສະຫະປະຊາຊາດ ຢ່າງມີປະສິດທິຜົນ. ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນ ປະຈຳ ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ປະຊາຄົມ
ໂລກ ຈົ່ງປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ກົດບັດອົງການສະຫະປະຊາຊາດ ແມ່ນພື້ນຖານທີ່ໝັ້ນຄົງຂອງລະບຽບສາກົນ, ບໍ່
ແມ່ນລາຍການ ຫຼື ເມນູທີ່ສາມາດເລືອກເອົາ ຫຼື ປະຖີ້ມຕາມລຳພັງໃຈ.
ປະຊາຄົມໂລກຄວນປະຕິບັດຕາມຫຼັກການກົດບັດ ເຊັ່ນ: ຄວາມສະເໝີພາບຂອງອະທິປະໄຕ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ
ແລະ ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ ເປັນຕົ້ນ, ຍຶດໝັ້ນໃຊ້ທ່າທີສະເໝີພາບ ບໍ່ວ່າ ເປັນປະເທດນ້ອຍ ຫຼື ໃຫຍ່ ປົກປັກຮັກສາຄວາມຍຸຕິ
ທຳ ແລະ ຄວາມເປັນທຳ ຂອງສາກົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 28/07/2025