ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ເສຍຊີວິດຈາກ​ພະຍາດ​ລະບາດ​ໃນ​ອັງກິດ​ໄດ້​ເພີ່ມ​ຂຶ້ນ​ເກີນ​ແສນ​ຄົນ


     ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ອີງຕາມຂໍ້ມູນທີ່ເຜີຍແຜ່ໂດຍ ລັດຖະບານ ອັງກິດ ໃນວັນທີ 29 ມັງກອນນີ້, ມີຄົນເສຍຊີວິດໃໝ່ 1,631 ຄົນ,
ເຮັດ ໃຫ້ຜູ້ເສຍຊີວິດເພີ່ມຂຶ້ນເປັນ 100,162 ຄົນ.

     ຂໍ້ມູນດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ: ໃນອາທິດນີ້ມີ 20,809 ກໍລະນີທີ່ໄດ້ຮັບການຢັ້ງຢືນໃໝ່, ປັດຈຸບັນມີຜູ້ຕິດເຊື້ອໃນປະເທດທັງໝົດ
3,689,746 ຄົນ.

     ທ່ານ ບໍຣິດ ຈອນສັນ ນາຍົກລັດຖະມົນຕີ ອັງກິດ ໄດ້ເຂົ້າຮ່ວມລາຍງານການລະບາດຂອງພະຍາດດັ່ງກ່າວໃນ ວັນທີ 28 ມັງກອນ, ໂດຍທ່ານ
ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ເສຍຊີວິດ ຈາກເຫດການການລະບາດຂອງພະຍາດໂຄວິດ-19. ທ່ານກ່າວວ່າ: ວິທີທີ່ດີທີ່ສຸດໃນການລະນຶກເຖິງ
ການເສຍຊີວິດ ທີ່ໂຊກບໍ່ດີຂອງໄວຣັດ ໃໝ່ແມ່ນການເຮັດວຽກຮ່ວມກັນ ເພື່ອເອົາຊະນະເຊື້ອໄວຣັດ, ທຸກຄົນຕ້ອງຮ່ວມມືກັນໃນການປ້ອງກັນຢ່າງ
ເຄັ່ງຂັດ.

     ອັງກິດ ກຳລັງຊຸກຍູ້ວຽກງານສັກຢາກັນພະຍາດໃໝ່, ເຊິ່ງປັດຈຸບັນຫຼາຍກວ່າ 6,8 ລ້ານຄົນ ໄດ້ຮັບການສັກຢາປ້ອງກັນໄປແລ້ວ. ນອກຈາກນີ້,
ກະຊວງສາທາລະນະສຸກ ອັງກິດ ຈະໄດ້ຈັດລຽງລຳດັບ ເຊື້ອສາຍໃຫ້ແກ່ປະເທດອື່ນໆ ເພື່ອວິເຄາະ ແລະ ຢືນຢັນການປ່ຽນແປງຂອງເຊື້ອໄວຣັດໃໝ່
ທີ່ມີການປ່ຽນແປງສາຍພັນ, ລັດຖະມົນຕີ ກະຊວງສາທາລະນະສຸກ ອັງກິດ ກ່າວໃນຫວ່າງບໍ່ດົນມານີ້ວ່າ: ລະບົບສາທາລະນະສຸກຂອງ ອັງກິດໃນປັດ
ຈຸບັນແມ່ນກໍາລັງຖືກກົດດັນຢ່າງໜັກໜ່ວງ, ແຕ່ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງ ແລະ ມາດຕະການໃນປັດຈຸບັນ
ກຳລັງມີຜົນບັງຄັບໃຊ້ຢ່າງແທ້ຈິງ.