ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ຍູ້ແຮງ​ການ​ຖ່າຍ​ທອດ ​ເ​ຕັກ​ໂນ​ໂລ​ຢີ​ການ​ແພດກ້າວໜ້າ ​ໃຫ້​ແກ່ ຫວຽດນາມ


     ສຳນັກຂ່າວ ຫວຽດນາມ ນິວ ລາຍງານໃນວັນທີ 31 ມັງກອນນີ້ ວ່າ: ຢູ່ສຳນັກງານປະທານປະເທດ, ທ່ານ ຫງວຽນ ຊວນ ຟຸກ ປະທານປະເທດ
ຫວຽດນາມ ໄດ້ຕ້ອນຮັບ ທ່ານ ນາງ ປອ ກູສູມິ ປະທານບໍລິສັດສຶກສາທາງການແພດຈຳກັດ ຍີ່ປຸ່ນ​ ເຂົ້າຢ້ຽມຂໍ່ານັບ. ທີ່ການຕ້ອນຮັບ, ທ່ານປະທານປະ
ເທດ ໄດ້ຊົມເຊີຍ ທ່ານ ນາງ ກູສຸມິ ປະທານບໍລິສັດສຶກສາທາງການແພດທີ່ໄດ້ລົງທຶນຢູ່ ຫວຽດນາມ ກ່ຽວກັບ ໂຄງການໂຮງຮຽນ ແລະ ໂຮງໝໍ; ພ້ອມ
ທັງຕີລາຄາສູງຕໍ່ຄວາມຕັດສິນໃຈຂອງການກໍ່ສ້າງໂຮງໝໍ.

     ທ່ານ ປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີພົນລະເມືອງ ເກືອບ 100 ລ້ານຄົນ, ສະນັ້ນຄວາມຕ້ອງການກໍ່ສ້າງໂຮງໝໍຕື່ມອີກ
ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ທ່ານປະທານປະເທດ ຫວຽດນາມ ປາດຖະໜາ ວ່າໂຮງໝໍ
ຫຼັງດັ່ງກ່າວຈະໄດ້ຮັບ​ການນຳໃຊ້ໂດຍໄວ ແລະ ໄດ້ຮັບການຖ່າຍທອດເຕັກໂນໂລຢີການແພດ ທີ່ກ້າວໜ້າຈາກ ຍີ່ປຸ່ນ.

     ສ່ວນທ່ານປະທານບໍລິສັດສຶກສາທາງການແພດ ຈຳກັດ ຍີ່ປຸ່ນ ໄດ້ຢັ້ງຢືນຄວາມຕັດສີນໃຈພະຍາຍາມກໍ່ສ້າງໂຮງໝໍຢູ່ ຫວຽດນາມ ໃຫ້ສຳເລັດໂດຍ
ໄວ ແລະ ນຳໃຊ້ເຕັກໂນໂລຢີໃໝ່ຫຼ້າສຸດດ້ານການແພດ ກໍຄືເຕັກນິກການປິ່ນປົວທີ່ກ້າວໜ້າຈາກປະເທດ ຢີ່ປຸ່ນ.

ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 01/02/2022