ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ຈະ​ໃຫ້ການ​ຊ່ວຍ​ເຫຼືອດ້ານ​ການ​ທະຫານ ຄັ້ງ​ທີ 3 ​ແກ່ ອູ​ແກຣນ


ທ່ານ ອັນໂຕນີ ບຣິງເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ ນີ້, ທ່ານ ອັນໂຕນີ ບຣິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໄດ້ປະກາດວ່າ: ອາ
ເມຣິກາ ຈະໃຫ້ການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 350 ລ້ານໂດລາສະຫະລັດ ແກ່ ອູແກຣນ ເພື່ອຊ່ວຍອູແກຣນຕໍ່ຕ້ານການເຄື່ອນໄຫວທາງການ
ທະຫານ ຂອງ ຣັດເຊຍ ຢູ່ດິນແດນ ອູແກຣນ.

     ອີງຕາມຖະແຫຼງການສະບັບໜຶ່ງທີ່ເປີດເຜີຍໃນມື້ດຽວກັນ, ທ່ານ ບຣິງເຄນ ໄດ້ລະບຸວ່າ: ໂດຍປະຕິບັດຕາມຄຳສັ່ງຂອງ ທ່ານ ໂຈ ໄບເດັນ ປະທານາທິ
ບໍດີ ອາເມຣິກາ, ຕົນໄດ້ມອບສິດໃຫ້ ກະຊວງປ້ອງກັນປະເທດອາເມຣິກາ ເພື່ອສະໜອງ “ອາວຸດປ້ອງກັນທີ່ມີຄວາມອັນຕະລາຍຕໍ່ຊີວິດ” ທີ່ມີມູນຄ່າ 350
ລ້ານໂດລາສະຫະລັດ ໃຫ້ແກ່ ອູແກຣນ.

     ນີ້ເປັນການຊ່ວຍເຫຼືອດ້ານການທະຫານຊຸດໃໝ່ທີ່ ອາເມຣິກາ ສະໜອງໃຫ້ ອູແກຣນ ພາຍຫຼັງ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານການທະຫານງວດ
ທຳອິດທີ່ມີມູນຄ່າ 60 ລ້ານໂດລາສະຫະລັດ ແລະ ງວດທີສອງທີ່ມີມູນຄ່າ 200 ລ້ານໂດລາ ສະຫະລັດ ຕາມ​ແຜນການໃນປີ 2021.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 01/03/2022