ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເນປານໄດ້ຮັບການຊ່ວຍເຫຼືອ ວັກຊີນຕ້ານໂຄວິດ-19 ຈາກ ສປ ຈີນ


     ສຳນັກຂ່າວ ຊິນຮວາ ລາຍງານໃນ ວັນທີ 30 ມີນານີ້ວ່າ, ວັກຊີນຕ້ານໂຄວິດ-19 ທີ່ ສປ ຈີນ ຊ່ວຍເຫຼືອ ເນປານ ໄດ້ຖືກຂົນສົ່ງ ໄປຮອດນະຄອນ
ຫຼວງ ກາດມັນດູ ຂອງເນປານ ແລ້ວ.

     ທ່ານ ຮີເດເຢດ ຕຣຼີປາຕີ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະຊາກອນ ເນປານ ແລະ ທ່ານ ນາງ ໂຫຢຽນຊີ ເອກອັກ ຄະລັດຖະທູດ ຈີນ
ປະຈຳ ເນປານ ໄດ້ເດີນທາງໄປ ຕ້ອນຮັບ ຢູ່ສະໜາມບິນ. ວັກຊີນຕ້ານໂຄວິດ19 ງວດນີ້ລ້ວນແຕ່ແມ່ນວັກຊີນ ທີ່ຜະລິດໂດຍຫ້ອງຄົ້ນຄວ້າຢາຊີວະ ຊາດ
ປັກກິ່ງ ທີ່ຂຶ້ນກັບກຸ່ມບໍລິສັດ ຊິໂນຟາມ ຂອງຈີນ.

     ທ່ານ ຮີເດເຢດ ລັດຖະມົນ ຕີກະຊວງສາທາລະນະສຸກ ແລະ ປະຊາກອນເນປານສະແດງຄວາມຂອບໃຈຕໍ່ລັດຖະບານ ຈີນ ທີ່ໄດ້ສະໜອງວັກຊີນ ໃຫ້
ແກ່ລັດຖະບານ ເນປານ. ທ່ານກ່າວວ່າ: ເຊື່ອວ່າວັກຊີນຈີນງວດນີ້ ຈະສາມາດຊ່ວຍເຫຼືອ ເນປານ ຕໍ່ຕ້ານສະພາບພະຍາດໄດ້.

     ວັນທີ 17 ກຸມພາ ປີ 2021, ກົມ ຕິດຕາມກວດກາ ແລະ ຄຸ້ມຄອງຢາ ເນປານ ໄດ້ປະກາດແຈ້ງການ, ໂດຍອະນຸຍາດ ໃຫ້ເນປານ ນຳໃຊ້ວັກຊີນ ຕ້ານ
ໂຄວິດ-19 ຂອງ ກຸ່ມບໍລິສັດ ຊິໂນຟາມ ຈີນ ຢ່າງຮີບດ່ວນ.