ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ​ໄດ້​ຮັບ​ການ​ຊ່ວຍ​​ເຫຼືອຢາພື້ນເມືອງປະ​ເທດ ຈີນ


     ຕາມຂ່າວຊິນຮ່ວາ ລາຍງານໃນ ວັນທີ 1 ກຸມພາ ນີ້ວ່າ: ພິທີມອບຮັບຢາພື້ນເມືອງຈີນທີ່ ຈີນ ໃຫ້ການ ຊ່ວຍເຫຼືອ ກຳປູເຈຍ ໄດ້ຈັດຂຶ້ນຢູ່ ກະຊວງ
ສາທາລະນະສຸກຂອງ ກຳປູເຈຍ, ໂດຍການເຂົ້າຮ່ວມ ກ່າວມອບຂອງ ທ່ານ ຫວາງ ເວີນ ທ່ຽນ, ເອກອັກຄະລັດຖະທູດ ຈີນ ປະຈຳ ກຳປູເຈຍ ແລະ ກ່າວ
ຮັບໂດຍ ທ່ານ ຮໍນານຮົງ ຮອງນາຍົກລັດຖະມົນຕີ ກຳປູເຈຍ ພ້ອມດ້ວຍ ທ່ານ ມາມ ບຸນ ເຮັງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງຣາຊະອານາຈັກ
ກຳປູເຈຍ.

     ທ່ານ ຫວາງ ເວີນ ທ່ຽນ ກ່າວວ່າ, ຢາພື້ນເມືອງ ຈີນ ງວດນີ້ແມ່ນໝາກຜົນທີ່ສຳຄັນ ໃນການເດີນທາງ ຢ້ຽມຢາມ ກຳປູເຈຍ ຂອງ ທ່ານ ຫວາງຢີ້, ທີ່
ປຶກສາແຫ່ງລັດ ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃນປີ 2021 ແລ້ວນີ້, ນີ້ໄດ້ສະແດງໃຫ້ເຫັນມິດຕະພາບອັນເລິກເຊິ່ງ ຂອງປະຊາຊົນ ຈີນ
ທີ່ມີຕໍ່ປະຊາຊົນກຳປູເຈຍອ້າຍນ້ອງ. ຈີນ ຈະສືບຕໍ່ເປັນທີ່ເພິ່ງດ້ານຍຸດທະສາດ ໃນການສະໜອງວັກຊີນໃຫ້ແກ່ ກຳປູເຈຍ, ການຊຸກຍູ້ການນຳໃຊ້ຢາພື້ນເມືອງ
ຈີນ ແລະ ວັກຊີນຈີນແບບປະສົມປະສານກັນ, ເປັນການເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຂອງ ຈີນ ເຂົ້າໃນການຊ່ວຍເຫຼືອຕ້ານການແຜ່ລະບາດຂອງສະ
ພາບພະຍາດໂຄວິດ-19 ຢູ່ ກຳປູເຈຍ.  

     ທ່ານ ຮໍນານຮົງ: ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດ ການຮ່ວມມືຕ້ານການແຜ່ລະບາດ ຂອງພະຍາດລະຫວ່າງ ກຳປູເຈຍ ກັບ ຈີນ ໄດ້ກ້າວ
ເຂົ້າສູ່ລວງເລິິກຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການສະໜັບສະໜູນດ້ານຍຸດທະສາດທີ່ສຳຄັນໃຫ້ກັບ ກຳປູເຈຍ ບັນລຸເປົ້າໝາຍການສັກວັກຊີນທີ່ກວມອັດ
ຕາຢ່າງສູງ. ກຳປູເຈຍ ສະແດງຄວາມຂອບໃຈນຳ ຈີນ ທີ່ໄດ້ບໍລິຈາກຢາພື້ນເມືອງ ຈີນ ຢ່າງຫຼວງຫຼາຍໃຫ້ແກ່ ກຳປູເຈຍ. ຢາງວດນີ້ຈະຊ່ວຍໃຫ້ ກຳປູເຈຍ
ສາມາດຕ້ານການແຜ່ລະບາດຂອງພະຍາດ ແລະ ຊ່ວຍປິ່ນປົວຜູ້ເປັນພະຍາດຢູ່ ກຳປູເຈຍ.

ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 02/02/2022