ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນຳໃຊ້ເວທີບໍລິການພະຫຸສື່ ເພື່ອຊ່ວຍຊຸກຍູ້ ການຮ່ວມມືດ້ານສື່ມວນຊົນທົ່ວໂລກ


     ວັນທີ 28 ກຸມພານີ້, ເວທີບໍລິການລວມສື່ ທີ່ຮ່ວມກັນສ້າງ ໂດຍສະຖານີວິທະຍຸໂທລະພາບ ສູນກາງຈີນ ຫຼື CMG ແລະ ສື່ມວນຊົນ ຄູ່ຮ່ວມມື ທົ່ວ
ໂລກໄດ້ເປີດນຳໃຊ້ຢ່າງເປັນທາງການ.

     ທ່ານ ເຊີ້ນໄຫສົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າບັນນາທິການ CMG ໄດ້ເຂົ້າ
ຮ່ວມພິທີ ພ້ອມທັງປະກາດວ່າ: ເວທີບໍລິການລວມສື່ ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ໂດຍມີຜູ້ຮັບຜິດຊອບ ສື່ມວນຊົນ ແລະ ອົງການເກືອບ 30
ແຫ່ງ ຈາກສະຫະພັນແລກປ່ຽນຂ່າວເອີຣົບ, ຝຣັ່ງ, ຣັດເຊຍ, ແມັກຊິກ, ອານເຊຣີ ແລະ ອື່ນໆ ໄດ້ເຂົ້າຮ່ວມພິທີ ພ້ອມທັງໄດ້ກ່າວຄຳຊົມເຊີຍ ທ່ານ ເຊີ້ນ
ໄຫສົງ ໄດ້ກ່າວຄຳປາໄສໂດຍຫວັງຜ່ານການສ້າງເວທີດັ່ງກ່າວ ເພື່ອເປີດກວ້າງຊ່ອງທາງໃໝ່ແຫ່ງການຮ່ວມມື ລະຫວ່າງສື່ມວນຊົນທົ່ວໂລກ, ຍຶດໝັ້ນ
ການປົກປັກຮັກສາຄວາມເປັນຈິງ ຕື່ມອີກ ແລະ ເຄົາຮົບ ຄວາມເປັນຈິງ ໃນການນຳສະ ເໜີຂ່າວ, ຮ່ວມມືກັນ ເພື່ອຮັບມືກັບສິ່ງທ້າທາຍ ແລະ ບັນລຸເປົ້າ
ໝາຍ ການພັດທະນາ ທີ່ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ, ສຸມໃສ່ ສົ່ງເສີມຄ່ານິຍົມຮ່ວມ ຂອງມວນມະນຸດ, ເປັນແສງໄຟເຍືອງທາງ ແລະ ສ່ອງແສງສະ
ຫວ່າງໃຫ້ສັງຄົມມະນຸດ ມີຄວາມກ້າວໜ້າ ແລະ ພ້ອມກັນ ກ້າວໄປສູ່ອະນາຄົດທີ່ດີ.

     ເວທີບໍລິການລວມຫຼາຍສື່ ແມ່ນສໍານັກຂ່າວ ແລະ ສຳນັກຂ່າວສານວີດີໂອ ທີ່ຂຶ້ນກັບ CMG ໄດ້ ຮ່ວມກັນລິເລີ່ມສ້າງຂຶ້ນ, ໂດຍມີຈຸດປະສົງ ເພື່ອ
ເສີມຂະຫຍາຍ ທ່າແຮງດ້ານສື່ຂອງ CMG ຕື່ມອີກ ບົນພື້ນຖານ ການໃຫ້ບໍລິການ ດ້ານເນື້ອໃນ ຂ່າວວີດີໂອ ທີ່ມີຢູ່ໃນປັດຈຸບັນ, ສຸມໃສ່ສ້າງເວທີບໍລິ
ການ ດ້ານສື່ ດ້ວຍການແລກປ່ຽນເນື້ອໃນ ການສະແດງເນື້ອໃນ ການແລກປ່ຽນດ້ານວິຊາການ ສ້າງຜະລິດຕະພັນສື່ ຕາມຄວາມຕ້ອງການຂອງສື່ ຄູ່ຮ່ວມ
ມື ທົ່ວໂລກພ້ອມກັບບົດບາດ ຂອງຜູ້ ລາຍງານຂ່າວ ຢູ່ຕ່າງປະເທດ.

     ເວທີດັ່ງກ່າວໄດ້ເຕົ້າໂຮມສື່ສາກົນ ເກືອບ 500 ແຫ່ງ, ໂດຍໄດ້ສ້າງ ຊ່ອງທາງບໍລິການ ຕາມຄວາມຕ້ອງການໂດຍຫວັງເພີ່ມທະວີ ການຮ່ວມມືລະ
ຫວ່າງສື່ມວນຊົນປະເທດຕ່າງໆຕື່ມອີກ, ເພື່ອ ເປັນຂົວຕໍ່ແຫ່ງການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ເປັນສາຍໄຍ ເຊື່ອມໂຍງ
ຈິດໃຈ ຂອງປະຊາຊົນ, ເຕົ້າໂຮມກຳລັງ ອັນເຂັ້ມແຂງ ເພື່ອສ້າງໂລກ ທີ່ສວຍງາມກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 02/03/2022