ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຢືນຢັນຈະຮັກສາທະຫານ ໄວ້ໃນ ເວເນຊູເອລາ ຕາມເວລາທີ່ກຳນົດໄວ້


     ທ້າຍອາທິດທີ່ຜ່ານມາ ຣັດເຊຍ ໄດ້ສົ່ງກຳລັງທະຫານພ້ອມດ້ວຍອາວຸດຍຸດໂທປະກອນໄປເວເນຊູເອລາ ເພື່ອສະໜັບສະຫນູນປະທານາທິບໍດີ ນິໂກລັດ ມາດູໂຣໃນ
ການແກ້ໄຂວິກິດການພາຍໃນປະເທດ. ເມື່ອວັນເສົາທີ່ຜ່ານມາມີພາບເຮືອບິນລຳລຽງ ອານໂຕນນົບ -124 (AN-124) ຂອງກອງທັບອາກາດຣັດເຊຍ ແລະ ເຮືອບິນອີນ
ຢູຊິນອີນ-62 (IL-62) ທີ່ມີຂະຫນາດນ້ອຍກວ່າ ລົງຈອດທີ່ສະຫນາມບິນນອກນະຄອນຫລວງ ກາຣາກັດ. ເພື່ອນຳສົ່ງທະຫານຣັດເຊຍປະມານ 100 ຄົນ ແລະ ອາວຸດ
ຍຸດໂທປະກອນຫຼາຍໂຕນ. ການມີໜ້າຂອງທະຫານຣັດເຊຍໃນເວເນຊູເອລາ ນັ້ນບໍ່ໄດ້ເປັນໄພຄຸກຄາມຕໍ່ໃຜ. ການວາງກຳລັງທະຫານຄັ້ງນີ້ເປັນສ່ວນຫນຶ່ງຂອງການຕົກ
ລົງຮ່ວມມືທາງເຕັກນິກການທະຫານລະຫວ່າງເວເນຊູເອລາ ກັບ ຣັດເຊຍ ແລະ ທະຫານຣັດເຊຍຈະຢູ່ໃນປະເທດນີ້ “ດົນເທົ່າທີ່ ຈຳເປັນ”.

     ທະຫານຣັດເຊຍຢູ່ໃນເວເນຊູເອລາຕາມຂໍ້ຕົກລົງຮ່ວມມືທາງເຕັກນິກການທະ ຫານ ເຊິ່ງບໍ່ໄດ້ປະຕິບັດການສູ້ຮົບໃນເວເນຊູເອລາ.