ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຢູ ມີ​ມະຕິຢຸດການນໍາເຂົ້ານໍ້າມັນຈາກ ຣັດເຊຍ

     ສໍານັກຂ່າວກຽວໂດລາຍງານ ໃນວັນທີ 31 ພຶດສະພາ ໃຫ້ຮູ້ວ່າ: ທ່ານ ຊາດ ມິກເຊວ ປະທານຄະນະມົນຕີເອີຣົບ ເປີດເຜີຍວ່າ, ຜູ້ນໍາກຸມສະຫະພາບ
ເອີຣົບ ( ອີຢູ ) ມີມະຕິຕົກລົງຢຸດການນໍາເຂົ້ານໍ້າມັນຈາກ ຣັດເຊຍ 2 ໃນ 3 ສ່ວນໂດຍມີເປົ້າໝາຍເພື່ອຕັດແຫຼ່ງການເງິນຂະໜາດໃຫຍ່ທີ່ ຣັດເຊຍ ໃຊ້
ເຂົ້າໃນການປະຕິບັດງານທາງການທະຫານແບບພິເສດໃນ ອູແກຣນ.

     ນອກນັ້ນ, ເຈົ້າໜ້າທີ່ລະດັບສູງຂອງ ອີຢູ ຍັງລົງມະຕິເຫັນດີໃຫ້ຕັດທະນາຄານຊາ ເບີແບງ ເຊິ່ງເປັນ ທະນາຄານຂະໜາດໃຫຍ່ຂອງ ຣັດເຊຍ ອອກຈາກ
ລະບົບທຸລະກໍາໂອນເງິນລະຫວ່າງປະເທດ SWIFT ລະງັບການດໍາເນີນງານ ຂອງສະຖານີວິທະຍຸ ແລະ ໂທລະພາບ ຂອງລັດຖະບານ ຣັດເຊຍ ອີກ 3 ແຫ່ງ
ແລະ ຂວໍ້າບາດ ບຸກຄະລະກອນທີ່ມີສ່ວນກ່ຽວຂ້ອງກັບຄວາມຂັດແຍ້ງໃນ ອູແກຣນ ຕື່ມ.

     ການລົງມະຕິດັ່ງກ່າວເກີດຂຶ້ນໃນ ວັນທີ 30 ພຶດສະພາ ຕາມເວລາທ້ອງຖິ່ນ ໂດຍເງື່ອນໄຂພາຍໃຕ້ມະຕິດັ່ງກ່າວລະບຸວ່າ, ຣັດເຊຍ ຍັງສາມາດຂົນສົ່ງ
ນໍ້າມັນຜ່ານທໍ່ສົ່ງນໍ້າມັນ ດູບຣາ ໃຫ້ກັບ ຮົງກາລີ, ສາທາລະນະລັດເຊັກ ແລະ ສະໂລວາກີ ເຊິ່ງປະເທດເຫຼົ່ານີ້ໄດ້ຮັບການຍົກເວັ້ນຈາກມາຕະການ ການຂວໍ້າ
ບາດນໍ້າມັນ ຣັດເຊຍໃນຄັ້ງນີ້.

     ທັງນີ້, ການເຈລະຈາກ່ຽວກັບການຢຸດການນໍາເຂົ້າຈາກ ຣັດເຊຍ ໃຊ້ເວລາດົນເຖິງ 1 ເດືອນ ເນື່ອງຈາກສະມາຊິກບາງປະເທດຂອງ ອີຢູ ເຊິ່ງລວມເຖິງ
ປະເທດ ຮົງກາລີ ທີ່ມີການຄົ້ນຄວ້າກ່ຽວກັບມາດຕະການການຂວໍ້າບາດການນໍ້າເຂົ້ານໍ້າມັນຈາກ ຣັດເຊຍ ຄັ້ງດັ່ງກ່າວ. ເຊິ່ງປະເທດດັ່ງກ່າວໃຫ້ເຫດຜົນວ່າ,
ການຢຸດການນໍາເຂົ້ານໍ້າມັນຈາກ ຣັດເຊຍ ຈະສົ່ງຜົນກະທົບຕໍ່ລະບົບເສດຖະກິດຂອງປະເທດ ເນື່ອງຈາກ ຮົງກາລີ ບໍ່ສາມາດຊອກຫານໍ້າມັນມາທົດແທນ
ໄດ້ຂະນະດຽວກັນປະເທດ ສະໂລວາກີ ແລະ ເຊັກ ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ບັນຫາດັ່ງກ່າວເຊັ່ນດຽວກັນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 02/06/2022