ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ແທນຈາກ​ກອງທັບປະຊາຊົນ ຫວຽດນາມ ລາຍ​ງານ​ການ​ເມືອງ
ຕໍ່​ກອງ​ປະຊຸມ​ໃຫ່ຍ ຄັ້ງ​ທີ XIII ຂອງພັກ


ທ່ານ ພົນໂທ ຟານ ວັນ ຢາງ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າ ເສນາທິການກອງທັບປະຊາຊົນ ຫວຽດນາມ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ  ຫວຽດນາມ ກ່າວຄຳປາໄສ

     ຕອນເຊົ້າວັນທີ 27 ມັງກອນ, ທ່ານ ພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າ ເສນາທິການ
ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ກ່າວຄຳປາໄສໃນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກຄອມ
ມູນິດ ຫວຽດນາມ ໃນນັ້ນ, ຄະນະຜູ້ແທນກອງທັບ ໄດ້ສະແດງຄວາມເຫັນດີເປັນເອກະພາບລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຂອງພັກ, ຮ່າງບົດລາຍ
ງານການເມືອງ ມີເນື້ອໃນສົມບູນ ແລະ ຮອບດ້ານຕິດພັນຢ່າງແໜ້ນແຟ້ນ ລະຫວ່າງທິດສະດີ ແລະ ພຶດຕິກຳຕົວຈິງ, ສະແດງໃຫ້ເຫັນຄວາມມຸ່ງມາດປາຖະ
ໜາຂອງພັກທົ່ວກອງທັບ ເພື່ອເປັນເຈົ້າການໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍທ່າແຮງປ້ອງກັນຊາດທົ່ວປວງ
ຊົນ, ສືບຕໍ່ກໍ່ສ້າງ ກອງທັບປະຊາຊົນປະຕິວັດ ກ້າວຂຶ້ນທັນສະໄໝໃນ 5 ປີ ທີ່ຜ່ານມາ, ສະພາບການຂອງໂລກ ແລະ ພາກພື້ນໄດ້ພັດທະນາຢ່າງວ່ອງໄວ ແລະ
ສັບສົນການແຂ່ງຂັນດ້ານຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່ ໄດ້ມີຄວາມຮຸນແຮງ ສິ່ງທ້າທາຍດ້ານຄວາມປອດໄພ ທີ່ບໍ່ແມ່ນແບບດັ້ງເດີມແມ່ນນັບ
ມື້ນັບຮຸນແຮງຂຶ້ນ.

     ວຽກງານປົກປັກຮັກສາປະເທດຊາດ, ພິເສດແມ່ນສິດ ອະທິປະໄຕ ເຂດທະເລ, ໝູ່ເກາະ, ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

     ສະພາບການນັ້ນ ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳໃຫ້ກຳແໜ້ນ, ປະຕິບັດພາລະກິດ ການທະຫານປ້ອງກັນ
ຊາດ ຢ່າງມີປະສິດທິຜົນຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ສຸມໃສ່ຮັດແໜ້ນ ແລະ ເສີມຂະຫຍາຍທ່າປ້ອງກັນຂອງທົ່ວປວງຊົນ, ກໍ່ສ້າງກອງ
ທັບປະຊາຊົນ ປະຕິວັດ ກ້າວຂື້ນທັນສະໄໝ, ຮັກສາ ແລະ ສົ່ງເສີມທຳມະຊາດ ແລະ ຮີດຄອງປະເພນີຂອງ ກອງທັບວິລະຊົນໃຫ້ມີປະສິດທິຜົນ, ຕັ້ງໜ້າຜັນ
ຂະຫຍາຍມູນເຊື້ອ ແລະ ກໍ່ສ້າງກອງທັບຕາມທິດຊີ້ນໍາຂອງພັກ ຢ່າງມີຫົວຄິດປະດິດສ້າງ, ດຸໝັ່ນຂະຫຍັນພຽນ, ຄົບຖ້ວນສົມບູນ, ສຳເລັດໜ້າທີ່ຕາມທີ່
ພັກ-ລັດມອບໝາຍໃຫ້ເປັນຢ່າງດີ.