ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕຸຮະກີ ບໍ່ສົນຄຳຂູ່ຂອງອາເມຣິກາ ເດີນໜ້າຊື້ S-400 ຈາກຣັດເຊຍ


     ໃນວັນທີ 29 ມີນາ 2019 ນີ້, ປະທານາທິບໍດີ ເຣເຈປ ທາຍຢິຢ ແອຣໂດກັນ ຂອງຕຸຮະກີ ​ໄດ້ເຮັດໃຫ້ປະເທດພັນທະມິດຮ່ວມກຸ່ມນາໂຕ້ ໂດຍສະເພາະ ອາເມຣິກາ ບໍ່
ພໍ​ໃຈຈາກການຕັດສິນໃຈຊື້ລະບົບປ້ອງກັນໄພທາງອາກາດຂອງຣັດເຊຍ ແລະ ຮັດແຫນ້ນຄວາມສຳພັນໃກ້ຊິດກັບປະທານາທິບໍດີ ວາລາດີເມຍ ປູຕິນ.

     ເຈົ້າຫນ້າທີ່ລັດຖະບານອາເມຣິກາຫຼາຍຄົນເຄີຍກ່າວເຕືອນຕວກກີ ວ່າ: ອາດຈະປະເຊີນກັບການຂວ້ຳບາດ ແລະ ອາດບໍ່ໄດ້ຮັບອະນຸມັດໃຫ້ເຂົ້າຮ່ວມໂຄງການຍົນຂັບ
ໄລ່ເອຟ-35 ຂອງອາເມຣິກາ ຫາກຍັງເຮັດຂໍ້ຕົກລົງຊື້ອາວຸດຈາກຣັດເຊຍ ແຕ່ ທ່ານ ເມຟລຸຕ ຄາວູໂຊລູ ລັດຖະມົນຕີຕ່າງປະເທດຂອງຕຸຮະກີ ຢືນຢັນລະຫວ່າງການຖະແຫຼງ
ຂ່າວຮ່ວມກັບລັດຖະມົນຕີຕ່າງປະເທດຣັດເຊຍ ທີ່ເມືອງ ອັນຕັລຢາ ວ່າ: ຕຸຮະກີ ໄດ້ລົງນາມຂໍ້ຕົກລົງກັບຣັດເຊຍແລ້ວ ແລະ ຂະນະນີ້ທັງສອງຝ່າຍກຳລັງຫາລືຂະບວນການ
ສົ່ງມອບ.

     ທ່ານ ຄາວູໂຊລູ ກ່າວວ່າ: ຕຸຮະກີ ແລະ ຣັດເຊຍ ເຮັດສັນຍາກັນແລ້ວ ແລະ ມີຜົນຜູກມັດ​ແລ້ວ, ການກົດດັນຂອງປະເທດອື່ນໆນັ້ນຂັດຕໍ່ກົດຫມາຍລະຫວ່າງປະເທດ.
ສ່ວນກໍລະນີໂຄງການຍົນເອຟ-35 ທີ່ຜະລິດໂດຍບໍລິສັດ ລ໊ອກຮີດມາຣຕິນ ຂອງອາເມຣິການັ້ນ ຕຸຮະກີ ປະຕິບັດຕາມພັນທະຜູກພັນໃນຖານະຫຸ້ນສ່ວນຂອງໂຄງການນີ້
ບາງສິ້ນສ່ວນຂອງຍົນລຸ້ນນີ້ຜະລິດໃນຕວກກີ ແລະ ຕຸຮະກີ ປະຕິບັດໃນພາກສ່ວນທີ່ຕົນຮັບຜິດຊອບຢ່າງສົມບູນ. ລາຍງານຄາດວ່າ ເຮ-400 ລະບົບທຳອິດຈະສົ່ງມອບ
ໃຫ້ຕຸຮະກີພາຍໃນເດືອນກໍລະກົດປີນີ້.