ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການອະນາໄມໂລກ ຄາດ​ຄະ​ເນ​ຍອດ​ຜູ້​ຕິດ​ເຊື້ອ​ຈະ​ເພີ່ມ​ຂຶ້ນຮອດ 200 ລ້ານ


     ສໍານັກຂ່າວ ຊີນຮວາ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ໃນໄລຍະອາທິດທີ່ຜ່ານມາ, ທົ່ວໂລກ ມີ
ຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມໃໝ່ເກືອບ 4 ລ້ານຄົນ, ຕາມສະພາບການໃນປັດຈຸບັນນີ້, ຄາດວ່າຈະມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ທັງໝົດຫຼາຍ
ກວ່າ 200 ລ້ານ ຄົນໃນອາທິດໜ້າ.

     ການທີ່ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນຢ່າງວ່ອງໄວ, ສ່ວນຫຼາຍແມ່ນເກີດຂຶ້ນຍ້ອນເຊື້ອ ພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ມີການ
ແຜ່ເຊື້ອໄວ.

     ປັດຈຸບັນ, ທົ່ວໂລກມີ 132 ປະເທດ ແລະ ເຂດແຄວ້ນໄດ້ລາຍງານພົບຜູ້ຕິດເຊື້ອໄວຣັດສາຍພັນເດວຕ້າ. ນອກນີ້, ການເຄື່ອນໄຫວຂອງປະຊາຊົນ ກໍ
ເພີ່ມຂຶ້ນ, ມາດຕະການປ້ອງກັນ ພະຍາດໂຄວິດ-19 ຂາດຄວາມໜັກແໜ້ນ ແລະ ໝັ້ນທ່ຽງ, ພ້ອມດ້ວຍຄວາມບໍ່ສະເໝີພາບຂອງການແບ່ງປັນວັກຊີນກໍ
ສົ່ງຜົນເຮັດໃຫ້ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຮ້າຍແຮງຂຶ້ນ.

     ຂໍ້ມູນສະຖິຕິຈາກອົງການອະນາໄມໂລກໄດ້ຊີ້ໃຫ້ເຫັນວ່າ: ມາຮອດປັດຈຸບັນ, ບັນດາປະເທດໃນໂລກມີພຽງປະມານເຄິ່ງໜຶ່ງ ເພີ່ມທະວີການເຊື່ອມຕໍ່
ກັນລະຫວ່າງຂໍ້ທີ່ໄດ້ບັນລຸອັດຕາການສັກວັກຊີນເຖິງ 10%, ມີຈຳນວນປະເທດ ບໍ່ເຖິງ 1 ສ່ວນ 4 ໃນໂລກໄດ້ບັນລຸ 40%, ມີພຽງ 3 ປະເທດ ເທົ່ານັ້ນ
ໄດ້ບັນລຸ 70% ແລະ ປະຊາກອນ ອາຝຣິກາ ມີພຽງ 1,5% ເທົ່ານັ້ນໄດ້ສັກວັກຊີນຄົບ 2 ເຂັມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/08/2021