ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພູໄຟຊີນາບຸງ​ ໃນ​ ອິນ​​ໂດ​ເນ​ເຊຍ ພົ່ນ​ເຖົ່າຖ່ານ​ຢ່າງ​ຮຸນ​ແຮງ


ພູໄຟຊີນາບຸງ

     ສໍານັກຂ່າວເອ​ແອັບ​ເປລາຍງານໃນ ວັນທີ 3 ມີນາ ນີ້ວ່າ: ພູໄຟຊີນາບຸງ ທີ່ຢູ່ເທິງເກາະສຸມາດຕາພາກຕາເວັນຕົກຂອງປະເທດ ອິນໂດເນເຊຍ ໄດ້ພົ່ນ
ເຖົ່າຖ່ານອອກມາຢ່າງຮຸນແຮງຄັ້ງໃໝ່ໃນ ວັນທີ 2 ມີນາ, ໂດຍຄວັນເຖົ່າຖ່ານໄດ້ພຸ້ງກະຈາຍຈາກປາກປ່ອງຂຶ້ນສູ່ທ້ອງຟ້າສູງປະມານ 7 ກິໂລແມັດ ໃນ
ເບື້ອງຕົ້ນຍັງບໍ່ມີລາຍງານ ວ່າມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກເຫດການນີ້.

     ພູໄຟຊີນາບຸງເຊິ່ງມີຄວາມສູງ 2460 ແມັດ, ຕັ້ງຢູ່ ແຂວງ ສຸມາດຕາເໜືອ ເລີ່ມມີການສັ່ນໄຫວອີກຄັ້ງໃນປີ 2010 ຫຼັງຈາກຢູ່ສະພາບປົກກະຕິຫຼາຍ
ກວ່າ 400 ປີ ແລະ ໄດ້ເກີດການພົ່ນຄວັນເຖົ່າຖ່ານເປັນໄລຍະ ນັບຕັ້ງແຕ່ປີິ 2013 ຈົນມາເຖິງ ປີ 2019 ສູນຄຸ້ມຄອງພູໄຟວິທະຍາ ແລະ ບັນເທົາໄພພິ
ບັດທາງທໍລະນີວິທະຍາ ໄດ້ປະກາດໃຫ້ພູໄຟໜ່ວຍດັ່ງກ່າວຄົງລະດັບເຕືອນໄພຢູ່ທີ່ລະດັບສູງສຸດອັນດັບ 2. ການພົ່ນເຖົ່າຖ່ານຄັ້ງຫຼ້າສຸດເກີດຂຶ້ນໃນວັນທີ 2
ມີນາ ນີ້, ແຕ່ການລາຍງານຍັງບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບ, ແຕ່ສູນດັ່ງກ່າວກໍໄດ້ແຈ້ງເຕືອນປະປາຊົນເຂດເມືອງຕ່າງໆ ທີ່ຢູ່ໃກ້ຄຽງກັບເຂດພູເຂົາ
ໄຟ ຫຼື ພື້ນທີ່ສີແດງຮອບໆພູໄຟປະມານ 3 ກິໂລແມັດ ພ້ອມທັງສັ່ງການໃຫ້ປະຊາຊົນໃສ່ຜ້າປິດປາກ ເພື່ອບໍ່ໃຫ້ຮັບຄວັນທີ່ເປັນພິດ.

     ອິນໂດເນເຊຍ ເປັນປະເທດທີ່ປະກອບດ້ວຍເກາະດອນຂະໜາດໃຫຍ່ຫຼາຍກວ່າ 17,504 ເກາະດອນເຊື່ອມຕໍ່ລະຫວ່າງມະຫາສະໝຸດ ອິນເດຍ ກັບ
ມະຫາສະໝຸດປາຊີຟຣິກ ທີ່ຕັ້ງຢູ່ເທິງວົງແຫວນໄຟເຂດຮອຍເລື່ອນແຜ່ນເປືອກໂລກ ເຮັດໃຫ້ເກີດແຜ່ນດິນໄຫວ ແລະ ພູໄຟລະເບີດເລື້ອຍໆ ນອກນັ້ນ
ອິນໂດເນເຊຍ ມີພູໄຟທີ່ຍັງມີພະລັງງານຫຼາຍກວ່າ 300 ໜ່ວຍຫຼາຍກວ່າທຸກປະເທດໃນໂລກ.