ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການກໍ່​ອາ​ຊະຍະ​ກຳ​ໃນ ​ແມ໋ກ​ຊິກ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ


     ສຳນັກຂ່າວຊິນຮວ່າ ໃຫ້ຮູ້ວ່າ: ວັນທີ 2 ກັນຍາ ໄດ້ເກີດເຫດຍິງກັນຢູ່ເມືອງ ຊືນາວາກາ ລັດໂມຣີຣອສ ທາງພາກກາງຂອງ ແມ໋ກຊິກ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ ແລະ
ບາດເຈັບ 10 ກວ່າຄົນ.

     ອີງຕາມການຖະແຫຼງການຂອງເຈົ້າໜ້າທີ່ໄອຍະການ ແລະ ຕຳຫຼວດໃນລັດດັ່ງກ່າວ, ຄົນຮ້າຍຈໍານວນຫຼາຍຄົນໄດ້ລົງມືກໍ່ເຫດຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນຄາທີ່,
ສ່ວນອີກ 15 ຄົນແມ່ນບາດເຈັບສາຫັດ ໂດຍພາກສ່ວນກ່ຽວຂ້ອງໃດ້ນໍາສົ່ງໄປໂຮງໝໍ, ແຕ່ຍ້ອນອາການບາດເຈັບສາຫັດຈິ່ງເຮັດໃຫ້ເສຍຊີວິດອີກ 4 ຄົນໃນເວລາຕໍ່ມາ.

     ປັດຈຸບັນ, ສາເຫດສະເພາະຂອງການຍິງກັນແມ່ນບໍ່ທັນຈະແຈ້ງ. ອິງຕາມການວິເຄາະເບື້ອງຕົ້ນຂອງພະແນກສືບສວນໃຫ້ຮູ້ວ່າ: ບຸກຄົນທີ່ຕ້ອງສົງໃສແມ່ນກ່ຽວຂ້ອງກັບ
ກຸ່ມອາຊະຍາກຳທີ່ເຄີຍກໍ່ເຫດໃນເມື່ອບໍ່ດົນຜ່ານມານີ້.

     ເມືອງ ໂມຣີຣອສ ຕັ້ງຢູ່ພາກກາງຂອງ ແມ໋ກຊິກ ໃກ້ກັບນະຄອນຫຼວງ ແມ໋ກຊິໂກຊີຕີ. ໃນຊຸມປີມໍ່ໆມານີ້, ປັດໄຈຄວາມຂັດແຍ່ງທີ່ຮຸນແຮງລະຫວ່າງກຸ່ມກໍ່ການຮ້າຍແລະ
ອໍານາດການປົກຄອງທ້ອງຖິ່ນໄດ້ເຮັດໃຫ້ສະຖານະການຄວາມໝັ້ນຄົງຂອງທ້ອງຖິ່ນນັບມື້ມີຄວາມສັບສົນວຸ້ນວາຍຂຶ້ນເລື້ອຍໆ.