ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນໂຈມຕີທາງ​ອາກາດ​ໃສ່​ເປົ້າໝາຍການ​ທະຫານ​ຂອງ​ຮາ​ມັດ


     ສໍານັກຂ່າວອານຈາຊີຣາ ລາຍງານໃນວັນທີ 4 ພະຈິກ 2019 ນີ້ວ່າ: ກອງທັບອິດສະຣາແອນ ໄດ້ອອກຖະແຫຼງການວ່າ: ໃນຕອນເຊົ້າວັນທິດທີ່ຜ່ານມາ, ຍົນສູ້ຮົບອິດ
ສະຣາແອນ ໄດ້ໂຈມຕີເປົ້າໝາຍການທະຫານ ຫຼາຍແຫ່ງຂອງຂະບວນການຕໍ່ຕ້ານອິດສະລາມຂອງ ປາແລັດສະຕິນ ຫຼື ກຸ່ມຮາມັດ ຢູ່ເຂດກາຊາ. ຝ່າຍປາແລັດສະຕິນ ເປີດ
ເຜີຍວ່າ: ການກະທຳຂອງອິດສະຣາແອນໄດ້ເຮັດໃຫ້ພົນລະເຮືອນ ປາແລັດສະຕິນເສຍຊີວິດ ແລະ ບາດເຈັບຈຳນວນໜຶ່ງ.

     ພາຍຫຼັງເກີດເຫດທາງຝ່າຍລັດຖະບານອິດສະຣາແອນ ໄດ້ອອກມາຊີ້ແຈງວ່າ: ການໂຈມຕີທາງ ອາກາດໃນຄັ້ງນີ້ຖືເປັນການຕອບໂຕ້ຕໍ່ຜູ້ປະກອບອາວຸດເຂດກາຊາ ທີ່
ຍິງຈະຫຼວດຕໍ່ອິດສະຣາແອນ ໃນໄລຍະທີ່ຜ່ານມາ. ສ່ວນກຸ່ມຮາມັດເອງກໍໄດ້ອອກມາຖະແຫຼງການຕອບໂຕ້ທັນທີວ່າ: ກ່ອນທີ່ພວກຕົນຈະໂຈມຕີຝ່າຍອິດສະຣາແອນ ນັ້ນ
ກໍເພາະວ່າຍົນສູ້ຮົບອິດສະຣາແອນ ໄດ້ໂຈມຕີຄ້າຍທະຫານເຮືອ, ເຂດທີ່ໝັ້ນພະລາທິການ ປ້ອງກັນອາກາດ, ເຂດທີ່ໝັ້ນເຝິກຊ້ອມການທະຫານ, ເຂດທີ່ໝັ້ນຜະລິດ ແລະ
ເກັບມ້ຽນອາວຸດຂອງຮາມັດ.