ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂປໂລຍ ກັບ ອູແກຣນ ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ 8 ສະບັບ

     ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 1 ມິຖຸນາ ນີ້, ທີ່ນະຄອນຫຼວງ ກີແອັບ ປະເທດ ອູແກຣນ ແລະ ໂປໂລຍ ໄດ້ຈັດການເຈລະຈາກັນລະຫວ່າງລັດ
ຖະບານ ເພື່ອຫາວິທີຮ່ວມກັນໃນຕໍ່ໜ້າ.

     ໃນກອງປະຊຸມຖະແຫຼງຂ່າວຫຼັງການເຈລະຈາ, ທ່ານ ມາເທ ອຸສ ໂມຣາເວກກີ ນາຍົກລັດຖະມົນຕີໂປໂລຍ ແຈ້ງໃຫ້ຮູ້ວ່າ: ສອງປະເທດ ໄດ້ເຊັນບົດ
ບັນທຶກຄວາມເຂົ້າໃຈ 8 ສະບັບ ກ່ຽວກັບການຮ່ວມມືກັນໃນຂົງເຂດຕ່າງໆ ແລະ ເອກະສານເຫຼົ່ານີ້ “ອາດຈະ​ເປັນ​ການ​ລິ​ເລີ່ມໃຫ້ແກ່ສັນຍາ ໂປໂລຍ-ອູ
ແກຣນ ສະບັບໃໝ່”.

     ທ່ານ ເດນິສ ຊີເມຮານ ນາຍົກລັດຖະມົນຕີ ອູແກຣນ ກ່າວວ່າ: ບົດບັນທຶກຄວາມເຂົ້າໃຈທັງໝົດ ແມ່ນພົວພັນເຖິງການຮ່ວມມື ໃນຂົງເຂດຕ່າງໆ
ເຊັ່ນ: ພະລັງງານ, ການປ້ອງກັນປະເທດ, ການຄ້າຂາຍຂ້າມຊາດ, ພາສີອາກອນ, ຊີວະພາບ, ນະໂຍບາຍທ້ອງຖິ່ນ, ການສ້າງສາຄືນໃໝ່ຂອງ ອູແກຣນ ແລະ
ອື່ນໆ. ທັງນີ້ ສອງປະເທດຈະສ້າງວິສາຫະກິດຮ່ວມທຶນໃໝ່ ເພື່ອຜະລິດອາວຸດຍຸດໂທປະກອນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 06/06/2022