ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວັກ​ຊີ​ນ ຊີໂນຟາມ ສາມາດ​ປ້ອງ​ກັນ​ເຊື້ອ ​ພະຍາດໂຄວິດ-19 ກາຍພັນເດວຕ້າ​ໄດ້


ວັກ​ຊີ​ນ ຊີໂນຟາມ

     ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 4 ສິງຫາ ນີ້ວ່າ: ປັດຈຸບັນ, ເຊື້ອພະຍາດ ໂຄວິດ-19 ກາຍພັນເດວຕ້າ ແມ່ນເຊື້ອພະຍາດ ຕົ້ນຕໍທີ່ແຜ່ລະບາດ
ໃນທົ່ວໂລກ.

     ທ່ານ ຢາງສ້ຽວໝິງ ປະທານ ບໍລິສັດສະຖາບັນຄົ້ນຄວ້າເຕັກນິກຊີວະພາບ ຈົງເຊີງ ຂອງກຸ່ມ ບໍລິສັດຊີໂນຟາມຈີນກ່າວວ່າ: ໃນຫ້ອງທົດລອງ, ໂດຍ
ຜ່ານການທົດລອງທີ່ເອົາເລືອດຂອງຜູ້ທີ່ໄດ້ສັກວັກຊີນຊີໂນຟາມໄປປະສົມກັບເຊື້ອພະຍາດ ໂຄວິດ-19 ກາຍພັນຫຼາຍຊະນິດແລ້ວເຫັນວ່າ: ວັກຊີນ (ຊີໂນ
ຟາມ) ສາມາດຢຸດຢັ້ງສານພິດຂອງເຊື້ອພະຍາດ ໂຄວິດ-19 ກາຍພັນ 4 ຊະນິດໄດ້ ເຊິ່ງລວມທັງເຊື້ອພະຍາດເດວຕາ, ນັ້ນກໍໝາຍຄວາມວ່າ: ວັກຊີນຕ້ານ
ໂຄວິດ-19 ຂອງບໍລິສັດຊີໂນຟາມຈີນ ສາມາດປ້ອງກັນເຊື້ອພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ.

     ປັດຈຸບັນ, ບໍລິສັດຊີໂນແວັກ ໄດ້ຮັບຕົວຢ່າງຂອງເຊື້ອພະຍາດກາຍພັນເດວຕ້າ, ເບຕາ ແລະ ກາມມາແລ້ວ, ຜ່ານຈາກການທົດລອງທີ່ເອົາເລືອດຂອງ
ຜູ້ທີ່ໄດ້ສັກວັກຊີນຊີໂນແວັກໄປປະສົມກັບເຊື້ອພະຍາດຕ່າງໆແລ້ວເຫັນວ່າມີປະສິດທິຜົນທີ່ພົ້ນເດັ່ນໃນການປ້ອງກັນພະຍາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/08/2021