ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທເຊັນສັນຍາຊື້ວັກຊີນປ້ອງກັນພະຍາດໂຄວິດ - 19 ຈຳນວນ 2 ລ້ານເຂັມຈາກ ຈີນ


ວັກຊີນປ້ອງກັນພະຍາດໂຄວິດ - 19

     ສໍານັກຂ່າວຊິນຮ່ວາໃຫ້ຮູ້ໃນ ວັນທີ 4 ມັງກອນ ກະຊວງສາທາລະນະສຸກ ໄທ ໄດ້ອອກຖະແຫຼງການວ່າ: ລັດຖະບານໄທໄດ້ເຊັນສັນຍາສັ່ງຊື້ວັກຊີນປ້ອງ
ກັນພະຍາດສາຍພັນໃໝ່ກັບບໍລິສັດ China Kexing Holdings Bio­technology ຈຳກັດຂອງຈີນ ໃນຈຳນວນ 2 ລ້ານເຂັມ.

     ອີງຕາມຂໍ້ມູນຈາກ ກະຊວງສາທາລະນະສຸກໄທ, ອີງຕາມສັນຍາສັ່ງຊື້ວັກຊີນ, ບໍລິສັດ China Kexing ຈະສົ່ງຢາຊຸດທຳອິດໃຫ້ 200,000 ເຂັມໃນ
ທ້າຍເດືອນ ກຸມພາ, 800,000 ເຂັມໃນທ້າຍເດືອນມີນາ ແລະ 1ລ້ານ ເຂັມ ໃນທ້າຍເດືອນ ເມສາ. ກະຊວງສາທາລະນະສຸກ ກ່າວວ່າ: ພວກເຂົາຍັງກຳລັງ
ຕັ້ງໜ້າ ຊອກຫາໂຄງການຈັດຊື້ວັກຊີນອື່ນໆ ເພື່ອຮັບປະກັນວ່າ, ປະຊາຊົນ ໄທ ຢ່າງໜ້ອຍ 50% ສາມາດໄດ້ຮັບໂອກາດສັກຢາກັນພະຍາດໂຄວິດ-19 ໂດຍ
ບໍ່ເສຍຄ່າ. ເວັບໄຊ້ຂອງລັດຖະບານ ໄທ ໄດ້ເຜີຍແຜ່ຄຳສັ່ງລົງນາມໂດຍ ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ໃນວັນທີ 3 ມັງກອນ, ໂດຍ
ທ່ານໄດ້ຕັດສິນໃຈຈັດຕັ້ງປະຕິບັດມາດຕະການຄວບຄຸມຢ່າງເຂັ້ມງວດເປັນເວລາໜຶ່ງເດືອນໃນ 28 ແຂວງ ແລະ ເຂດປົກຄອງຂັ້ນຕ່າງໆລວມທັງ ກຸງ​ເທບ
ນັບແຕ່ວັນທີ 4 ມັງກອນ ເປັນຕົ້ນໄປ.

     ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສູນຄວບຄຸມການລະບາດຂອງ ໄທ, ມາຮອດວັນທີ 4 ມັງກອນ, ປະເທດໄທມີຜູ້ຕິດເຊື້ອທັງໝົດ 8,438 ກໍລະນີ ແລະ
ມີຜູ້ເສຍຊີວິດທັງໝົດ 65 ຄົນ.