ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະນາຄານທີ່ໃຫຍ່ທີ່ສຸດຂອງ ຣັດເຊຍ ປະກາດຖອນຕົວອອກຈາກຕະຫຼາດ ເອີຣົບ


     ສໍານັກຂ່າວບີບີຊີລາຍງານໃນ ວັນທີ 03 ມີນາ ນີ້ວ່າ: ທະນາຄານສະເບີແບງ ເຊິ່ງເປັນທະນາຄານທີ່ໃຫຍ່ທີ່ສຸດຂອງ ຣັດເຊຍ ໄດ້ປະກາດຖອນຕົວ
ອອກຈາກຕະຫຼາດ ເອີຣົບ ເກືອບທຸກແຫຼ່ງແລ້ວ ເນື່ອງຈາກພະນັກງານ ແລະ ສໍານັກງານສາຂາຢູ່ໃນສະພາວະສ່ຽງອັນຕະລາຍຫຼັງຈາກ ຣັດເຊຍ ຖືກຊາດຕະ
ເວັນຕົກຂວຳ້ບາດ.

     ສະເບີແບງເປັນທະນາຄານແຫ່ງລັດຂອງ ຣັດເຊຍ ເຊິ່ງສ້າງຕັ້ງຂຶ້ນໃນປີ 1991 ໂດຍໄດ້ປັບປຸງໂຄງສ້າງມາຈາກທະນາຄານ ອອມສິນ ແຫ່ງ ສະຫະພາບ
ໂຊຫວຽດ. ທະນາຄານດັ່ງກ່າວອອກຖະແຫຼງການໃນ ວັນທີ 02 ມີນາ ຜ່ານມາວ່າ: ບໍ່ສາມາດຈັດຫາອໍານວຍຄວາມສະດວກໃຫ້ແກ່ສາຂາໃນເຂດ ເອີຣົບ
ໄດ້ອີກຕໍ່ໄປ. ອີງຕາມຄໍາສັ່ງຂອງທະນາຄານກາງ ຣັດເຊຍ ແຕ່ຍັງຄົງມີປະລິມານເງິນທຶນ ແລະ ຄຸນນະພາບຊັບສິນຫຼາຍພຽງພໍທີ່ຈະຊໍາລະຄືນ ໃຫ້ແກ່ຜູ້ທີ່
ຝາກເງິນທຸກຄົນ.

     ສະຖານະການໃນຂະນະນີ້ ເຮັດໃຫ້ທະນາຄານດັ່ງກ່າວຕ້ອງຕັດສິນໃຈຖອນຕົວອອກຈາກຕະຫຼາດເອີຣົບ ເພາະສາຂາຂອງທະນາຄານກໍາລັງປະສົບກັບ
ບັນຫາການໝູນວຽນຂອງເງິນຜິດປົກກະຕິ ພ້ອມດ້ວຍພະນັກງານ ແລະ ສາຂາກໍ່ຕົກຢູ່ໃນສະພາບອາດເກີດເຫດໄດ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 07/03/2022