ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນລະ​ເຮືອນ​ເກືອບ 2.000 ຄົນ ເສຍ​ຊີວິດ​ຈາກ​ຄວາມ​ຄັດ​ແຍ່​ງ​ໃນ ອາ​ກາ​ນິດ​ສະຖາ​ນ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 4 ກໍລະກົດ 2019 ນີ້ວ່າ: ອົງການ ສປຊ ໄດ້ ອອກມາຊີ້ແຈງວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ນີ້ ກຸ່ມຕາລີບັນ ໄດ້
ເປີດສາກປະທະກັບເຈົ້າໜ້າທີ່ຝ່າຍລັດຖະບານຢ່າງຕໍ່ເນື່ອງ ເຖິງແມ່ນວ່າທັງສອງຝ່າຍຈະມີການເຈລະຈາຢຸດຍິງບາງຄັ້ງຄາວແຕ່ຄວາມຂັດແຍ່ງນັ້ນກໍ່ຍັງຮຸນແຮງ ແລະ ຂ້າ
ຊີວິດພົນລະເຮືອນໄປແລ້ວ 1.692 ຄົນ ແລະ ບາດເຈັບຫຼາຍພັນຄົນ.

     ຢ່າງໃດກໍ່ຕາມ ອົງການສັງເກດການດ້ານມະນຸດສະທຳໃນ ອາການິດສະຖານ ຫຼື UNAMA ສັງເກດເຫັນວ່າ ຕົວເລກຂອງຜູ້ເສຍຊີວິດໃນໄລຍະ 6 ເດືອນຕົ້ນປີ 2019
ນີ້ຖືວ່າຫຼຸດລົງປະມານ 3% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2018 ທີ່ຜ່ານມາ. ສ່ວນອົງການ ສປຊ ກໍ່ໄດ້ລະບຸວ່າ: ໃນຈຳນວນຂອງຜູ້ເສຍຊີວິດນັ້ນທັງໝົດແມ່ນເປັນ
ພົນລະເຮືອນ ແລະ ສ່ວນໃຫຍ່ເປັນແມ່ຍິງ ແລະ ເດັກນ້ອຍ. ເຊິ່ງເພີ່ມຂຶ້ນຈາກປີ 2018 ເຖິງ 15% ນັບສະເພາະຕົວເລກການເສຍຊີວິດຂອງເດັກນ້ອຍ.

     ສຳລັບຄວາມຂັດແຍ່ງໃນປະເທດ ອາການິດສະຖານ ແມ່ນຍັງຢູ່ໃນພາວະສົງຄາມການ ເມືອງຍັງຄົງມີການກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບໃນພື້ນທີ່ຕ່າງໆ ໃນ
ຂອບເຂດທົ່ວປະເທດ, ການເສຍຊີວິດຂອງພົນລະເຮືອນນັ້ນ ແມ່ນມາຈາກການກະທຳຂອງກຸ່ມຫົວຮຸນແຮງ ຕາລີບັນ ປະມານ 40%, ຈາກການໂຈມຕີຂອງກຸ່ມ ອີ​ແອັດຊ໌
( IS ) ປະມານ 18% ສ່ວນທີ່ເຫຼືອຄາດວ່າເປັນການກະທຳຂອງກຸ່ມອື່ນໆ ແລະ ຝ່າຍລັດຖະບານພ້ອມດ້ວຍພັນທະມິດ.

     ຄວາມຂັດແຍ່ງໃນອາການິດສະຖານເກີດຂຶ້ນແຕ່ປີ 2014 ເປັນຕົ້ນມາ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ. ມັນໄດ້ຂ້າຊີວິດຜູ້ຄົນຈຳນວນຫຼາຍເມື່ອເປັນແນວນັ້ນ
ທາງກອງກຳລັງປະສົມນາໂຕ ຈຶ່ງໄດ້ເຂົ້າມາມີບົດບາດໃນປະເທດນີ້. ໂດຍມີຈຸດປະສົງທີ່ຈະກຳຈັດກຸ່ມຫົວຮຸນແຮງດັ່ງກ່າວ, ແຕ່ເວລາຜ່ານໄປກອງກຳລັງນາໂຕ ກໍ່ຍັງບໍ່
ສາມາດເຮັດໄດ້ຕາມເປົ້າໝາຍ.