ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ​ເປັນ​ປະ​ເທດ​ທຳ​ອິດ​ຂອງ​ໂລກ​ທີ່​ແຈກ​ຢາຍ​ວັກ​ຊີ​ນ​ໃຫ້​ປະຊາຊົນ


ວັກຊີນປ້ອງກັນໂຄວິດ-19

     ສຳນັກຂ່າວ ຣອຍເຕີ ລາຍງານ ວັນທີ 7 ທັນວາ ນີ້ວ່າ: ລັດຖະບານ ຣັດເຊຍ ໄດ້ເລີ່ມແຈກຢາຍວັກຊີນປ້ອງກັນໂຄວິດ-19 ພາຍໃຕ້ຊື່ Sputnik V
ໃຫ້ແກ່ປະຊາຊົນຜູ້ຢູ່ໃນກຸ່ມຄວາມສ່ຽງສູງແລ້ວຕັ້ງແຕ່ ວັນເສົາ ທີ 5 ທັນວາ 2020 ນີ້, ເຮັດໃຫ້ ຣັດເຊຍ ກາຍເປັນປະເທດທໍາອິດຂອງໂລກ ທີ່ແຈກຢາຍ
ວັກຊີນຕ້ານເຊື້ອໄວຣັດ ໂຄວິດ-19 ໃນວົງກວ້າງ.

     ສຳນັກຂ່າວຣອຍເຕີ ຍັງລາຍງານຕື່ມວ່າ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ສັ່ງການໃຫ້ທຸກພາກສ່ວນສະໜັບສະໜູນໃຫ້ປະຊາຊົນ
ຣັດເຊຍ ທົ່ວປະເທດສາມາດເຂົ້າຮັບ ວັກຊີນໂຄວິດ-19 ໄດ້ໃນອາທິດໜ້າ ພ້ອມທັງຢືນຢັນໃນປະສິດທິພາບຂອງວັກຊີນອີກ ກວ່າ 2 ລ້ານ ຫຼອດ ພາຍ
ໃນໄລຍະເວລາບໍ່ດົນຕໍ່ຈາກນີ້.

     ເຊິ່ງທີ່ຜ່ານມາ ຣັດເຊຍ ພັດທະນາວັກຊີນປ້ອງກັນໂຄວິດ-19 ອອກມາ 2 ຊະນິດຄື: Sputnik V ແລະ ວັກຊີນອີກປະເພດທີ່ສະຖາບັນ ໄຊເບີເຣຍ
ເວັກເຕີ (Siberia’s Vector) ເປັນຜູ້ພັດທະນາຫຼັກແຕ່ວ່າວັກຊີນທັງສອງສະຖາບັນຍັງບໍ່ສຳເລັດຂະບວນການທົດລອງຂັ້ນສຸດທ້າຍ ເຮັດໃຫ້ນັກວິທະຍາ
ສາດຈຳນວນຫຼາຍມີຂໍ້ສົງໃສເຖິງປະສິດທິພາບ ແລະ ຜົນຂ້າງຄຽງທີ່ອາດຈະເກີດຂຶ້ນໄດ້ ເນື່ອງຈາກໄລຍະເວລາໃນການພັດທະນາວັກຊີນນັ້ນໄວເກີນໄປ
ແລະ ຍັງເປັນວັກຊີນທີ່ບໍ່ຜ່ານການທົດລອງໃນຂັ້ນຕອນສຸດທ້າຍຢ່າງສົມບູນເທື່ອ.