ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງອຸດສາຫະກໍາແລະ ພະລັງງານ ສ ເກົາຫຼີ
ຖອນຕົວອອກຈາກການລົງຊີງຕໍາແໜ່ງ WTO


     ສໍານັກຂ່າວເອເອັບພີລາຍງານໃນ ວັນທີ 8 ກຸມພານີ້ວ່າ: ທ່ານ ນາງ ຢູມຽນຮີ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ພະລັງງານຂອງ ສ ເກົາຫຼີ
ອອກມາຖະແຫຼງຂໍຖອນຕົວອອກຈາກການລົງຊີງຕໍາແໜ່ງຜູ້ອໍານວຍການອົງການການຄ້າໂລກ ( WTO ) ແລະ ຈະຮີບຮ້ອນແຈ້ງເລື່ອງດັ່ງກ່າວໄປຍັງອົງ
ການການຄ້າໂລກ.

     ຝ່າຍຕົວແທນອົງການການຄ້າໂລກຜູ້ຈັດລະບຽບດ້ານການຄ້າໂລກຖະແຫຼງເມື່ອ ເດືອນ ຕຸລາ 2020 ວ່າ: ທ່ານນາງ ຢູມຽນ ຮີ ລັດຖະມົນຕີ ກະ
ຊວງອຸດສາຫະກໍາ ແລະ ພະລັງງານຂອງ ສ ເກົາຫຼີ ແລະ ທ່ານ ນາງ ເອນໂກຊີ ໂອ ຄອນໂຈ-ອີວຽນລາ ອະດີດນາຍົກ ລັດຖະມົນຕີ ກະຊວງການເງິນ ຂອງ
ນີເຊຣີ ເຊິ່ງເປັນສອງຜູ້ລົງສະໝັກຄົນສຸດທ້າຍ ທີ່ຜ່ານການຄັດເລືອກເຂົ້າມາສູ່ຕໍາແໜ່ງນີ້ ໂດຍເທົ່າກັບວ່າຈະຕ້ອງມີຜູ້ຍິງເທົ່ານັ້ນຈະໄດ້ຂຶ້ນມາເປັນຜູ້ອໍາ
ນວຍການຂອງອົງການການຄ້າໂລກຄົນໃໝ່. ເຊິ່ງຕາມການຄາດການໄວ້ຂະບວນການຈັດສັນກ່ຽວກັບເລື່ອງດັ່ງກ່າວມີກໍານົດຈະປະກາດຊື່ຜູ້ໄດ້ຮັບການ
ຄັດເລືອກກ່ອນທ້າຍປີ 2020 ແຕ່ຂະບວນການດັ່ງກ່າວກໍ່ຕ້ອງຊັກຊ້າອອກໄປອັນເນື່ອງຈາກບັນດາປະເທດສະມາຊິກມີຄວາມເຫັນທີ່ບໍ່ກົງກັນ ເມື່ອ ເອນ
ໂກຊີ ໂອຄອນໂຈ-ອີວຽນລາ ມີທ່າທີ່ວ່າຈະໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍແຕ່ ອົງການການຄ້າໂລກລະບຸວ່າ: ຈະຕ້ອງເປັນສຽງສະໜັບສະໜູນ
ຢ່າງເປັນເອກະສັນເທົ່ານັ້ນ ເຊິ່ງກໍໝາຍຄວາມວ່າ, ປະເທດສະມາຊິກແມ່ນແຕ່ປະເທດດຽວ ກໍສາມາດຄັດຄ້ານ ຫຼື ບ່ໍເຫັນດີກັບສຽງສະໜັບສະໜູນໄດ້. ກະ
ຊວງອຸດສະຫະກໍາ ແລະ ພະລັງ ງານ ສ ເກົາຫຼີຖະແຫຼງວ່າ, ຢູມຽນຮີ ໄດ້ຫາລືເລື່ອງການລົງສະໝັກກັບເຈົ້າໜ້າທີ່ຂອງ ສະຫະລັດ ແລະ ກຸ່ມປະເທດສະມາ
ຊິກອື່ນໆ ແລ້ວກ່ອນຈະຕັດສິນໃຈຖອນຕົວອອກຈາກການລົງຊີງຕໍາແໜ່ງດັ່ງກ່າວ.

     ທ່ານ ໂຣແບໂຕ ອາເຊເວໂດ ຜູ້ອໍານວຍການອົງການການຄ້າໂລກຄົນກ່ອນໜ້ານີ້ຈາກປະເທດ ບຣາຊິນ ໄດ້ປະກາດລາອອກ ເມື່ອເດືອນພຶດສະພາ
ປີທີ່ຜ່ານມາ, ໂດຍອ້າງວ່າເປັນການຕັດສິນໃຈດ້ວຍເຫດຜົນສ່ວນຕົວ ແລະ ພົ້ນຈາກຕໍາແໜ່ງໄປ ເມື່ອເດືອນສິງຫາປີທີ່ຜ່ານມາ, ອົງການການຄ້າໂລກ
ມີສໍານັກງານໃຫຍ່ຕັ້ງຢູ່ທີ່ ນະຄອນຫຼວງ ເຈນີວາ ປະເທດ ສະວິດ​ເຊີ​ແລນ ສ້າງຕັ້ງຂຶ້ນໃນປີ 1995 ຈາກການຕົກລົງທົ່ວໄປວ່າດ້ວຍພາສີການຄ້າ ແລະ
ຍັງບໍ່ເຄີຍມີຜູ້ອໍານວຍການເປັນຍິງມາດໍາລົງຕໍາແໜ່ງດັ່ງກ່າວ.