ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສິ່ງ​ແວດ​ລ້ອມ ຄັ້ງ​ທີ 5 ຂອງ​ອົງການ ສປຊ ​ໄດ້​ຜ່ານ​ມະຕິ
​ໃຫ້​ບັນລຸສັນຍາ​ການ​ຈຳກັດ​ເຄື່ອງ​ຢາງ ​ໃນ​ປີ 2024


ກອງປະຊຸມສິ່ງ​ແວດ​ລ້ອມ ຄັ້ງ​ທີ 5 ຂອງ​ອົງການ ສປຊ

     ສໍານັກຂ່າວ ຊິນຮ່ວາ ລາຍງານໃນ ວັນທີ 04 ມີນາ ນີ້ວ່າ: ໃນວັນທີ 2 ມີນາ ທີ່ຜ່ານມານີ້, ກອງປະຊຸມເທື່ອທີ 2 ເຊິ່ງແມ່ນ ກອງປະຊຸມປຶກສາຫາລື
ກ່ຽວກັບບັນຫາສິ່ງແວດລ້ອມຄັ້ງທີ 5 ຂອງອົງການ ສປຊ ໄດ້ອັດລົງຢ່າງເປັນທາງການ ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງ ໄນໂຣບີ ປະເທດເຄັນຢາ, ຜູ້ຕາງໜ້າ
ປະເທດ ຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ເຫັນດີໃຫ້ບັນລຸສັນຍາສາກົນໃນປີ 2024 ເພື່ອແກ້ໄຂບັນຫາມົນລະພິດທີ່ເກີດຈາກຢາງປລາສຕິກໃນໂລກ. ທ່ານ
ອິນເກີ ອັນເດີເຊັນ ຫົວໜ້າບໍລິຫານງານອົງການສິ່ງແວດລ້ອມ ສປຊ ທັງເປັນຮອງເລຂາທິການໃຫຍ່ອົງການ ສປຊ ກ່າວວ່າ: ນີ້ຈະເປັນສັນຍາສາກົນຫຼາຍ
ຝ່າຍທີ່ສຳຄັນກ່ຽວກັບສິ່ງແວດລ້ອມຫຼັງຈາກ “ສັນຍາ ປາຣີ”.

     ຜູ້ຕາງໜ້າຈາກ 175 ປະເທດ ແລະ ອົງການຈັດຕັ້ງຂອງອົງການ ສປຊ ໄດ້ລົງຄະແນນສຽງຮັບຮອງຜ່ານມະຕິດັ່ງກ່າວຢູ່ສຳນັກງານໃຫຍ່ອົງການ ສປຊ
ທີ່ນະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ ໂດຍເຫັນດີໃຫ້ຫຼຸດ ແລະ ຢຸດ ຕິການນຳໃຊ້ຜະລິດຕະພັນ ຢາງປລາສຕິກ ໃຫ້ໜ້ອຍລົງເປັນກ້າວໆຈົນບັນລຸຜົນ.

     ໂຄສົກຂອງອົງການສິ່ງແວດລ້ອມອົງການ ສປຊ ກ່າວວ່າ: ປັດຈຸບັນ, ທຸກປີມີມົນລະພິດທີ່ເກີດຈາກຢາງປລາສຕິກ ໃນທົ່ວໂລກຫຼາຍເຖິງ 400 ລ້ານ
ໂຕນ, ຖ້າເປັນແນວນີ້ຕໍ່ໄປອີກ, ຕົວເລກນີ້ຈະເພີ່ມຂຶ້ນໜຶ່ງເທົ່າໂຕເມື່ອຮອດປີ 2040.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 09/03/2022