ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ສາມາດ​ສະກັດ​ກັ້ນ ​ແລະ ຂັບ​ໄລ່​​ຍົນສອດ​ແນ​ມຂອງ ສະຫະລັດ​ອາ​ເມຣິກາ

     ຕາມຂ່າວຈາກໜັງສືພິມ ເອເລັກໂຕຣນິກ ຂອງກອງທັບປະຊາຊົນ ຫວຽດນາມ ສະບັບວັນທີ 5 ກໍລະກົດ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ເປີດເຜີຍ
ວ່າ: ໜ່ວຍງານປ້ອງກັນໄພທາງອາກາດຂອງກອງທັບ ຣັດເຊຍ ໄດ້ພົບເຫັນຍົນຮຸ່ນ P-8A ເຊິ່ງເປັນຍົນສອດແນມ ຂອງ ສະຫະລັດອາເມຣິກາ ບິນເຄື່ອນໄຫວຢູ່ເທິງນ່ານ
ນ້ຳທະເລດຳຂອງ ຣັດເຊຍ.

     ຕາມຄໍາຖະແຫຼງການຂອງກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ ກ່າວວ່າ: ພາຍຫຼັງໄດ້ຄົ້ນພົບເປົ້າໝາຍທາງອາກາດໃນເຂດທະເລດຳຂອງ ຣັດເຊຍ, ກອງທັບອາກາດ
ຂອງ ຣັດເຊຍ ໄດ້ນໍາຍົນສູ້ຮົບຮຸ່ນ Su-27 ທີ່ປະຈຳການຢູ່ຖານທັບພາກໃຕ້. ບິນຂຶ້ນສູ່ນ່ານຟ້າໃນເຂດດັ່ງກ່າວ ເພື່ອສະກັດກັ້ນຍົນສອດແນມຂອງສະຫະລັດອາເມຣິກາ
ແລະ ບັງຄັບໃຫ້ຍົນຂອງສະຫະລັດປ່ຽນທິດທາງການບິນພ້ອມທັງອອກຈາກລັດສະໝີໃນເຂດດັ່ງກ່າວ.

     ກະຊວງປ້ອງກັນປະເທດຂອງ ຣັດເຊຍ ຢັ້ງຢືນວ່າ: ຍົນຂອງ ຣັດເຊຍ ໄດ້ປະຕິບັດຕາມຂໍ້ຕົກລົງການບິນຂອງສາກົນ, ເຫດການດັ່ງກ່າວໄດ້ເກີດຂຶ້ນໃນສະພາບການທີ່
ກຳລັງທະຫານຂອງ ສະຫະລັດອາເມຣິກາ ເຂົ້າຮ່ວມການເຝິກແອບຂອງກອງທັບເຮືອ ນາໂຕ ເທິງທະເລດຳ.