ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝົນຕົກ​ໜັກ​ເຮັດ​​ໃຫ້​ນ້ຳ​ຖ້ວມ​ເຂດ​ເມືອງ ອູ​ຫັນ ປະ​ເທດ​ຈີນ


     ສໍານັກຂ່າວຊິນຮວາລາຍງານ ເມື່ອວັນທີ 8 ກໍລະກົດ ນີ້ວ່າ: ເມືອງອູຮັນ ເຂດມົນທົນຫູເປີຍ ຂອງປະເທດຈີນ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນສົ່ງຜົນໃຫ້ເກີດເຫດ
ນໍ້າຖ້ວມໜັກ ທາງດ້ານເຈົ້າໜ້າທີ່ໜ່ວຍກູ້ໄພ ໄດ້ເລັ່ງລະດົມກໍາລັງຊ່ວຍເຫຼືອປະຊາຊົນທີ່ຍັງຄ້າງຢູ່ໃນອາຄານໃນບໍລິເວນຈຸດສ່ຽງໄພ ເຊິ່ງທາງການໄດ້ສັ່ງໃຫ້ອົບພະຍົບ
ຊາວບ້ານຫຼາຍກວ່າ 1.000 ຄົນ.

     ເຈົ້າໜ້າທີ່ໜ່ວຍກູ້ໄພ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງຈີນໄດ້ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ຜູ້ທີ່ຍັງຕິດຄ້າງຢູ່ໃນອາຄານຂອງໂຮງງານແຫ່ງໜຶ່ງທີ່ຖືກນໍ້າຖ້ວມ
ຢູ່ໃນລະດັບສູງ ແລະ ສ່ຽງໄພທີ່ຈະເກີດອັນຕະລາຍໃນເຂດ ເມືອງອູຮັນ ມົນທົນຫູເປີຍ ໂດຍຕັ້ງຢູ່ທາງພາກກາງຂອງຈີນ, ປັດຈຸບັນນີ້ກໍາລັງເກີດພາວະນໍ້າຖ້ວມຮຸນແຮງ
ຫຼັງຈາກຝົນໄດ້ຕົກລົງມາຕິດຕໍ່ກັນຫຼາຍວັນ, ຕາມເຈົ້າໜ້າທີ່ໜ່ວຍກູ້ໄພລາຍງານ ວ່າ: ພົບເຫັນວ່າມີຜູ້ຄົນຈໍານວນຫຼາຍຕິດຄ້າງຢູ່ໃນອາຄານຊັ້ນສອງ ຈຶ່ງໄດ້ນໍາເຮືອກູ້ໄພ
ພ້ອມທັງອຸປະກອນການຊ່ວຍເຫຼືອທີ່ຈໍາເປັນ ເພື່ອເຂົ້າໄປຊ່ວຍອົບພະຍົບປະຊາຊົນອອກຈາກພື້ນທີ່ດັ່ງກ່າວ. ນອກຈາກນີ້, ຍັງມີໂຮງງານອີກແຫ່ງໜຶ່ງທີ່ມີຜູ້ປະສົບໄພຫຼາຍ
ກວ່າ 80 ຄົນ ທີ່ຕິດຄ້າງຢູ່ເທິງຊັ້ນສອງຂອງອາຄານເຊັ່ນດຽວກັນ, ເຊິ່ງຂະນະນີ້ເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອອອກມາຈາກພື້ນທີ່ດັ່ງກ່າວໄດ້ຢ່າງປອດໄພແລ້ວ, ສ່ວນທີ່
ເມືອງຫາງກວາງ ມົນທົນຫູເປີຍ ກໍຖືກນໍ້າຖ້ວມໜັກເຊັ່ນ ດຽວກັນ ແລະ ທາງການກໍໄດ້ສັ່ງໃຫ້ອົບພະຍົບປະຊາຊົນອອກຈາກຈຸດດັ່ງກ່າວຫຼາຍກວ່າ 1.000 ຄົນ ອັນເນື່ອງ
ມາຈາກຝົນທີ່ຕົກຈົນເຮັດໃຫ້ນໍ້າລົ້ນເຂື່ອນ ແລະ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ.