ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ​ເພີ່ມ​ກຳລັງ​ທະຫານ​ທີ່​ປະຈຳ​ໃນ ຊີ​ຮີ


     ສໍານັກຂ່າວ AFP ລາຍງານໃຫ້ຮູ້ວ່າ: ຂະບວນລົດບັນທຸກອາວຸດຍຸດໂທປະກອນ ແລະ ທະຫານກອງທັບ ຕວກກີ ໄດ້ເດີນທາງເຂົ້າສູ່ແຂວງ ອິດລິບ ທາງພາກຕາເວັນ
ຕົກສຽງເໜືອ ຂອງຊີຣີ ເມື່ອວັນທີ 3 ກຸມພາ ເພື່ອເພີ່ມກໍາລັງທະຫານ, ຫຼັງຈາກທະຫານ ຕວກກີ ຖືກທະຫານລັດຖະບານ ຊີຣີ ໂຈມຕີ.

     ທ່ານ ພົນເອກ ຮູລູຊີ ອາກາ ລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ ເປີດເຜີຍວ່າ: ທະຫານ ຕວກກີ ຍິງຕອບໂຕ້ ຫຼັງຈາກຖືກທະຫານ ຊີຣີ ຍິງປືນໃຫຍ່ໂຈມຕີໃນ
ເຂດແຂວງ ອິດລິບ, ເຊິ່ງໄດ້ເຮັດໃຫ້ທະຫານ ຕວກກີ ເສຍຊີວິດ 5 ຄົນ, ບາດເຈັບອີກ 9 ຄົນ. ໃນນັ້ນ ມີພົນລະເຮືອນເສຍຊີວິດ 3 ຄົນ ແລະ ການຍິງຕອບໂຕ້ເຮັດໃຫ້ທະ
ຫານ ຊີຣີ ເສຍຊີວິດ 76 ຄົນ. ແຕ່ສື່ທາງການຊີຣີ ລາຍງານວ່າ: ບໍ່ມີຜູ້ເສຍຊີວິດ, ສ່ວນທ່ານ ເທຢິບ ເອີໂດກັນ ປະທານາທິບໍດີຕວກກີ ກ່າວວ່າ: ຕວກກີ ໄດ້ແຈ້ງເຫດການ
ໄປຍັງ ຊີຣີ ພ້ອມກັບຮຽກຮ້ອງໃຫ້ທັງສອງຝ່າຍຖອຍຫ່າງອອກຈາກຄວາມຂັດແຍ່ງທີ່ຍືດເຍື້ອມາເປັນເວລາດົນນານໃນ ຊີຣີ.

     ທ່ານ ເອີໂດກັນ ກ່າວເມື່ອວັນທີ 3 ກຸມພາ ທີ່ຜ່ານມາວ່າ: ຕວກກີ ຈະເຮັດໃຫ້ລັດຖະບານຊີຣີ ຕ້ອງຮັບຜິດຊອບສໍາລັບການຍິງປືນໃຫຍ່ໂຈມຕີເມືອງໃນ ອິດລິບ ຈົນ
ເຮັດໃຫ້ທະຫານຕວກກີ ເສຍຊີວິດ 5 ຄົນ. ໃນລະຫວ່າງຖະແຫຼງຂ່າວຮ່ວມກັບ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ກ່າວວ່າ: ຕວກກີ ຕອບໂຕ້ດ້ວຍການ
ຍິງໂຈມຕີເປົ້າໝາຍຂອງລັດຖະບານຊີຣີ ດ້ວຍປືນໃຫຍ່ຫຼາຍສິບລູກໃນ ອິດລິບ, ເຊິ່ງການຕໍ່ສູ້ດັ່ງກ່າວຖືເປັນຜົນຄຸກຄາມຕໍ່ບົດທົດສອບຄວາມສໍາພັນລະຫວ່າງ ຕວກກີ
ແລະ ຊີຣີ.