ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ​ເລັ່ງອະນຸມັດ​ໃຊ້​ຢາ​ເມັດປິ່ນປົວ ໂຄວິດ-19 ທີ່​ຜະລິດ​ເອງ​ໃນ​ປະ​ເທດ


ຢາ​ເມັດປິ່ນປົວ ໂຄວິດ-19 ທີ່​ຜະລິດ​ເອງ​ໃນ​ຍີ່ປຸ່ນ

     ສໍານັກຂ່າວ ກຽວໂດ ລາຍງານ ໃນວັນທີ 8 ກຸມພາ ນີ້ວ່າ: ລັດຖະບານ ຍີ່ປຸ່ນ ຈະພິຈາລະນາເລື່ອງອະນຸຸມັດ ແບບບໍ່ມີເງື່ອນໄຂ ໃຫ້ໃຊ້ຢາປິ່ນປົວ ໂຄ
ວິດ-19 ຊະນິດເມັດທີ່ກໍາລັງ ຢູ່ໃນຂັ້ນຕອນການພັດທະນາ ໂດຍບໍລິດສັດຢາຂອງ ຍີ່ປຸ່ນ.

     ທ່ານ ຟູມິໂອະ ຄີຊິດະ ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວຕໍ່ທີ່ປະຊຸມຄະນະກໍາມະການ ໃນສະພາ ເຊິ່ງໄດ້ມີການຖ່າຍທອດສົດຜ່ານຊ່ອງໂທລະພາບ ໃນ
ວັນທີ 7 ກຸມພາ ຜ່ານມາວ່າ: ເນື່ອງຈາກຢາປິ່ນປົວ ໂຄວິດ-19 ຂອງ ບໍລິສັດ ຊີໂອໂນກິ ໄດ້ຮັບການຢືນຢັນເລື່ອງຄວາມປອດໄພ ແລະ ປະສິດທິພາບ ໃນ
ການທົດລອງລັດຖະ ບານຈຶ່ງຕ້ອງການຈະພິຈາລະນາໃນເລື່ອງການອະນຸມັດໃຫ້ໃຊ້ຢາດັ່ງກ່າວຢ່າງຮີບດ່ວນ.

     ທາງດ້ານ ບໍລິສັດ ຊີໂອໂນກິ ຜູ້ຜະລິດຢາ ແລະ ມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນ ໂອຊາກະ ຖະແຫຼງ ວ່າ: ຜົນຄັ້ງໃໝ່ຈາກການທົດລອງ ທີ່ກໍາລັງດໍາ
ເນີນຢູ່ໃນຄະນະນີ້ບົ່ງຊີ້ໄດ້ວ່າ, ຢາທີ່ໃສ່ຊື່ ໃນການທົດລອງແມ່ນ S-217622 ໃຫ້ ຜົນຕ້ານພະຍາດ ທີ່ມີຄວາມແຕກຕ່າງ ຢ່າງສໍາຄັນ ຈາກຢາຊະນິດຫຼອດ
ອີກຢ່າງໜຶ່ງຢາດັ່ງກ່າວ ຍັງຊ່ວຍໃຫ້ຜູ້ທີ່ຖືກທົດລອງມີອາການດີຂຶ້ນ. ພ້ອມນັ້ນ, ຝ່າຍບໍລິຫານຂອງບໍລິສັດໄດ້ກ່າວວ່າ, ອາດຈະຍື່ນຂໍໃຫ້ທາງການອະນຸມັດ
ໃຫ້ໃຊ້ຢາດັ່ງກ່າວ ກ່ອນກໍານົດ ໂດຍໄວ ແລະ ອາດຈະສົ່ງມອບຢາຈໍານວນໜຶ່ງລ້ານເມັດ ໃຫ້ໄດ້ພາຍໃນທ້າຍເດືອນ ມີນາ ນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 10/02/2022