ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ກຳປູ​ເຈຍ ​ເພີ​່ມທະວີການ​ຮ່ວມ​ມື​ດ້ານ​ວຽກງານປ້ອງ​ກັນຊາ​ດ


     ຕາມການລາຍງານຂ່າວຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ເມື່ອວັນທີ 4 ມີນາ ທີ່ນະຄອນ ດ່ານັ້ງ, ຫວຽດນາມ-ກຳປູເຈຍ ກອງປະຊຸມປະສົມ ຄັ້ງທີ 20
ລະຫວ່າງທະຫານເຂດ 5 ( ກອງທັບປະຊາຊົນຫວຽດນາມ ) ກັບທະຫານເຂດ 1 (ກອງທັບລາດຊະວົງກຳປູເຈຍ). ທ່ານ ພົນຕີ ຫງວຽນ ລອງ ກ໊າງ ຜູ້ບັນຊາການທະຫານ
ເຂດ 5 ແລະ ທ່ານ ພົນເອກ ຮູດແຊງ ຮອງຜູ້ບັນຊາການທະຫານບົກ, ຜູ້ບັນຊາການທະຫານເຂດ 1, ກອງທັບລາດຊະວົງກຳປູເຈຍ ເປັນປະທານຮ່ວມກອງປະຊຸມ ດັ່ງກ່າວ.

     ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການ ແລະ ຕີລາຄາສູງໝາກຜົນການຮ່ວມມືປີ 2019 ແລະ ແລກປ່ຽນເຫັນດີເປັນເອກະພາບເນື້ອໃນການຮ່ວມມືປີ
2020. ປີ 2019 ໂດຍປະຕິບັດຕາມແຜນນະໂຍບາຍຂອງລັດຖະບານ ແລະ ກະຊວງປ້ອງກັນປະເທດ, ສອງປະເທດ ຊີ້ນຳໃຫ້ມີການພົວພັນຮ່ວມມືຫຼາຍດ້ານຂອງທະຫານ
ເຂດ 5 ກັບທະຫານເຂດ 1 ໄດ້ຮັບການ ປັບປຸງ, ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ສອງຝ່າຍໄດ້ແບ່ງປັນຂໍ້ມູນ ຂ່າວສານຢ່າງທັນການ ເພີ່ມທະວີ
ການລາດຕະເວນ, ຄວບຄຸມເສັ້ນຊາຍແດນຢ່າງແໜ້ນແຟ້ນ,ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທົ່ວ
ສັງຄົມຢູ່ບໍລິເວນຊາຍແດນ.

     ສຳລັບປີ 2020 ນີ້, ທະຫານເຂດ 5 (ຫວຽດນາມ) ແລະ ທະຫານເຂດ 1 (ກຳປູເຈຍ) ຈະ ເພີ່ມທະວີໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ-ນັກຮົບ ແລະ ປະຊາ
ຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໃໝ່ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສາມັກຄີ, ການພົວພັນ ຖານບ້ານໃກ້ເຮືອນຄຽງອັນດີງາມ, ນຳ້ໃຈມິດຕະ
ພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ລະຫວ່າງສອງປະເທດ.