ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ​ ພະຍາຍາມ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ


ທ່ານ ນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາສປຊ, ອົງການການຄ້າໂລກ (WTO)

     ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ລາຍງານໃນ ວັນທີ 8 ມີນາ ນີ້ວ່າ: ສະພາສິດທິມະນຸດ ສປຊ ສືບຕໍ່ເຮັດວຽກ ໃນອາທິດທີ 2 ໃນຂອບເຂດ
ກອງປະຊຸມສະໄໝສາມັນເທື່ອທີ 46 ດ້ວຍບັນດາວາລະປຶກສາຫາລືລວມ ແລະ ການປຶກສາຫາລື ຕາມຫົວຂໍ້ກ່ຽວກັບ ການຊຸກຍູ້ສິດພົນລະເຮືອນ, ການ
ເມືອງ ແລະ ສິດກ່ຽວກັບເສດຖະກິດ, ວັດທະນະທໍາ, ສັງຄົມ.

     ໃນວາລະປຶກສາຫາລື, ທ່ານ ນາງ ເລທິຕວຽດມາຍ ເອກອັກ ຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ, ອົງການການຄ້າໂລກ
(WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ (ປະເທດສະວິດ) ໄດ້ຊີ້ແຈງບັນດາແຜນນະໂຍບາຍ, ກໍຄືບັນດາຄວາມມານະພະຍາຍາມ ແລະ
ຜົນງານຂອງ ລັດຖະບານ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ໃນນັ້ນມີສິດທິເດັກ, ສິດທິຂອງຄົນພິການ, ສິດວັດທະນະທໍາ ແລະ ສິດສະບຽງອາຫານ
ຢູ່ ຫວຽດນາມ.

     ທ່ານ ນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດຢັ້ງຢືນວ່າ: ການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ຫວຽດນາມ, ໃນນັ້ນມີສິດທິວັດທະນະທໍາ, ສິດ
ທິສະບຽງອາຫານ ໃນສະພາບການລະບາດຂອງພະຍາດຄຸກຄາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການລະດົມກໍາລັງໃຈໃຫ້ແກ່ປະຊາຊົນ ແລະ ຍົກສູງ
ປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19, ກອງປະຊຸມສະໄໝສາມັນເທື່ອທີ 46 ຂອງສະ ພາສິດທິມະນຸດ ສປຊ ປະ
ຈໍາເຊີແນວປະເທດ ສະວິດ ຖືກຈັດຂຶ້ນແຕ່ ວັນທີ 22 ກຸມພາ ຫາ ວັນທີ 23 ມີນາ ປີ 2021, ຄາດວ່າຈະພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ປະມານ
30 ຫາ 40 ສະບັບ.