ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນ​ກະທົບ​ເບື້ອງ​ຕົ້ນ​ຈາກ​ເຫດການ​ລະ​ເບີດ​ຢູ່ ລີ​ບັງ


ເຫດລະ​ເບີດ​ແຕກ​ຢູ່ທ່າ​ກຳ​ປັ່ນ ​ເບຣຸດ ນະຄອນຫຼວງ​ ​ເລ​ບານອນ ​ໃນ​ເວລາ 18:00 ຕາມ​ເວລາ​ທ້ອງ​ຖີ່ນຂອງ​ ວັນ​ທີ 05 / 08 / 2020

     ຕາມການລາຍງານຈາກສໍານັກຂ່າວ AP ໃນວັນທີ 6 ສິງຫາ 2020 ວ່າ: ທ່ານ ມາຣວານອັບບູດ ຜູ້ວ່າການນະຄອນຫຼວງ ເບຣຸດ ຂອງ ລີບັງ ເປີດເຜີຍເມື່ອບໍ່ດົນມາ
ນີ້ວ່າ: ເຫດລະເບີດຄັ້ງໃຫຍ່ນີ້ມີຜູ້ເສຍຊີວິດເພີ່ມຂຶ້ນເກີນ 100 ຄົນ, ບາດເຈັບ 4.000 ກວ່າຄົນ ແລະ ເຮັດໃຫ້ປະຊາຊົນບໍ່ມີທີ່ຢູ່ອາໄສ 250.000-300.000 ຄົນ ສ້າງ
ຄວາມເສຍຫາຍຄິດເປັນມູນຄ່າປະມານ 3-5 ຕື້ໂດລາສະຫະລັດ ເນື່ອງຈາກບໍລິເວນເກີດລະເບີດເປັນທ່າກຳປັ່ນ ເຊິ່ງເປັນເຂດໃຈກາງເມືອງທີ່ມີຕຶກອາຄານ ແລະ ປະຊາ
ຊົນອາໄສຢູ່​ຢ່າງໜາແໜ້ນ ດັ່ງນັ້ນຈິ່ງສ້າງຄວາມເສຍຫາຍເປັນວົງກວ້າງໄປເຖິງເຄິ່ງເມືອງຫຼວງຂອງ ປະເທດ ທີ່ມີພື້ນທີ່ 19,8 ກິໂລຕາແມັດ ເຊິ່ງເປັນເຂດທີ່ມີຄວາມສຳ
ຄັນທາງດ້ານການຄ້າຂອງ ປະເທດ. ທັງເປັນສູນກາງທາງ ເສດຖະກິດ, ການເມືອງ, ວັດທະນະທຳ ແລະ ກິດຈະກຳທາງສັງຄົມ ມີປະຊາກອນທັງໝົດ 2,5 ລ້ານຄົນ ທີ່ມີ
ຫຼາກຫຼາຍທາງດ້ານສາສະໜາແຫ່ງໜຶ່ງຂອງ ປະເທດ.

     ໃນວັນດຽວກັນປະເທດ ຝຣັ່ງ ແລະ ອີຣານ ກໍອອກມາປະກາດໃຫ້ຄວາມຊ່ວຍເຫຼືອທຸກດ້ານທີ່ ລີ ບັງ ຕ້ອງການໃນນັ້ນ, ປະທານາທິບໍດີ ມາໂຄຣນ ໄດ້ເດີນທາງມາ
ຮອດນະຄອນຫຼວງ ເບຣຸດ ໃນວັນທີ 6 ສິງຫາ ເພື່ອຢ້ຽມຢາມ ແລະ ກວດກາສະຖານທີ່ເກີດເຫດລະເບີດ. ພ້ອມນັ້ນ ທ່ານ ກໍໄດ້ກ່າວວ່າ: ຝຣັ່ງເຕັມໃຈໃຫ້ຄວາມຊ່ວຍ
ເຫຼືອທາງດ້ານການແພດ, ອາຫານຢ່າງຮີບດ່ວນ. ໂອກາດດັ່ງກ່າວປະທານາທິບໍດີ ຝຣັ່ງ ກໍໄດ້ເຂົ້າປຶກສາຫາລືກັບ ທ່ານ ປະທານາທິບໍດີ ລີບັງ ໂດຍທ່ານ ໄດ້ຮຽກຮ້ອງ
ໃຫ້ມີການສືບສວນທີ່ເປັນເອກະລາດ ແລະ ໂປ່ງໃສຕໍ່ເຫດການລະເບີດໂດຍໄວ. ເຊິ່ງ ຝຣັ່ງ ຍິນດີສະໜັບສະໜູນດ້ານພາຫະນະສຳລັບການສືບສວນຫາສາເຫດ ແລະ
ໃຫ້ພາບຖ່າຍທາງດາວທຽມຕອນເກີດເຫດ ເພື່ອສະດວກໃນການສືບສວນ.

     ໃນຂະນະດຽວກັນ ປະທານາທິບໍດີ ອີຣານ ຮັນຊັນໂຣຮານີ ກໍສະແດງຄວາມເສຍໃຈນຳ ພ້ອມກ່າວຈະໃຫ້ຄວາມຊ່ວຍເຫຼືອດ້ານການແພດ ແລະ ຢາປິ່ນປົວຜູ້ໄດ້ຮັບ
ບາດເຈັບ, ພ້ອມນັ້ນສະພາສ້ຽວວົງເດືອນ ອີຣານ ໄດ້ກຽມສົ່ງຄວາມຊ່ວຍເຫຼືອດ້ານອາຫານ ປະມານ 9 ລ້ານໂຕ່ນ ອຸປະກອນເຄື່ອງມືການແພດ ແລະ ບຸກຄະລາກອນແພດ
ໝໍໃຫ້ແກ່ ລີບັງ.