ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ສົ່ງເຮືອບິນສູ້ຮົບຂຶ້ນ​ຂັບ​ໄລ່​ເຮືອບິນ​ຖິ້ມ​ລະ​ເບີດ​ຂອງ ອາ​ເມຣິກາ


     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ ວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ສົ່ງເຮືອບິນສູ້ຮົບ Su-27 ແລະ Su-30 ຈໍານວນ 8 ລໍາ ຂຶ້ນ
ນ່ານຟ້າເພື່ອບິນຂັບໄລ່ເຮືອບິນຖິ້ມລະເບີດຍຸດທະສາດ B-52 ຈໍານວນ 3 ລໍາ ຂອງກອງທັບອາກາດ ສະຫະລັດອາເມຣິກາ ທີ່ກໍາລັງບິນເຄື່ອນໄຫວຢູ່ນ່ານຟ້າເຂດຊາຍແດນ
ລະຫວ່າງປະເທດ ໃນແຫຼມໄຄເມຍ(Crimea) ຂອງ ຣັດເຊຍ ໃຫ້ອອກຈາກນ່ານຟ້າເຂດດັ່ງກ່າວ.

     ຕາມການລາຍງານຈາກສໍານັກຂ່າວ ອາທີ ຂອງ ຣັດເຊຍ ຍັງໄດ້ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ຍັງໄດ້ຕີລາຄາຕໍ່ການກະທໍາຂອງກອງທັບອາກາດ ສະຫະ
ລັດ ອາເມຣິກາ ໃນຄັ້ງນີ້ຖືວ່າເປັນການລ່ວງລະເມີດນ່ານຟ້າ ແລະ ເຂດນ້ຳແດນດິນຂອງຕົນ ເຊິ່ງຜິດຕໍ່ກົດໝາຍລະຫວ່າງປະເທດ ແລະ ໃນວັນດຽວກັນສໍານັກງານໃຫຍ່
ຂອງ ສະຫະລັດອາເມຣິກາ ປະຈໍາ ເອີຣົບ ຍັງກ່າວເຖິງເຫດການດັ່ງກ່າວວ່າ: ເປັນການ ທົດສອບເຖິງຄວາມເດັດຂາດໃນການປ້ອງກັນທາງອາກາດຂອງ ຣັດເຊຍ ໃນເຂດ
ແຫຼມໄຄເມຍ (Crimea) ພ້ອມທັງອ້າງວ່ານອກຈາກເຮືອບິນຖິ້ມລະເບີດຈໍານວນ 3 ລໍາ ຂອງກອງທັບສະຫະລັດແລ້ວຍັງມີເຮືອບິນສູ້ຮົບຂອງ ອູແກຣນ ຈໍານວນໜຶ່ງອີກ.