ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລີ​ບີ ສາມາດ​ຊ່ວຍ​ເຫຼືອຜູ້​ອົບ​ພະຍົບທີ່​ຈົມ​ນ້ຳ​ໄດ້​ຈຳນວນຫຼາຍ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 9 ກໍລະກົດ 2019 ນີ້ວ່າ: ໜ່ວຍລາດຕະເວນ ຂອງກອງທັບ ລີບີ ໄດ້ພົບເຮືອຂອງຜູ້ອົບພະຍົບຈົມນ້ຳໃນທະເລ ເມດີເຕີ
ຣານຽນ ທາງພາກຕາເວັນ ຕົກຂອງປະເທດ. ເບື້ອງຕົ້ນຍັງບໍ່ພົບຜູ້ເສຍຊີວິດ ແລະ ສາມາດຊ່ວຍເຫຼືອຂຶ້ນຝັ່ງໄດ້ແລ້ວ 44 ຄົນ ແຕ່ຍັງມີ 21 ຄົນທີ່ຍັງສູນຫາຍເຊິ່ງຄາດວ່າ
ຈະເສຍຊີວິດແລ້ວ.

     ລັດຖະມົນຕີກະຊວງພາຍໃນຂອງ ລີບີ ກ່າວວ່າ: ການລາດຕະເວນຕາມນ່ານນໍ້າຂອງຕົນ ເຊິ່ງເປັນອີກໜຶ່ງວຽກທີ່ສຳຄັນ ແລະ ໄດ້ປະຕິບັດກັນມາຢ່າງຕໍ່ເນື່ອງເຊິ່ງໃນ
ວັນອັງຄານ ທີ່ຜ່ານມາ.ໃນຂະນະທີ່ໜ່ວຍງານທີ່ກ່ຽວຂ້ອງກຳລັງອອກລາດຕະເວນກໍໄດ້ພົບກັບເຮືອຂະໜາດນ້ອຍຂອງຜູ້ອົບພະຍົບເຂົ້າມາແບບຜິດກົດໝາຍເຊິ່ງກຳລັງ
ຈົມນ້ຳ, ໃນເຮືອລຳນັ້ນບັນທຸກຜູ້ອົບພະຍົບປະມານ 65 ຄົນ ໃນນີ້ປະກອບມີເດັກນ້ອຍ 15 ຄົນ, ເຊິ່ງເຮືອລຳດັ່ງກ່າວ ໄດ້ບັນທຸກເກີນນ້ຳໜັກຂອງເຮືອທີ່ຈະບັນທຸກໄດ້
ຈຶ່ງເປັນສາເຫດໃຫ້ເຮືອຈົມລົງ. ຜູ້ອົບພະຍົບສ່ວນໃຫຍ່ແມ່ນມາຈາກປະເທດແຖບທະວີບອາຟຣິກາ.

     ໃນມື້ດຽວກັນກໍເກີດເຫດລັກສະນະດຽວກັນໃນນ່ານນ້ຳຂອງປະເທດຕວກກີ ເຊິ່ງ ມີຜູ້ເສຍຊີວິດ 15 ຄົນ ໃນນັ້ນເປັນເດັກນ້ອຍ 6 ຄົນ, ຜູ້ໃຫຍ່ 9 ຄົນ.

     ນັບແຕ່ຕົ້ນປີ 2019 ມາຮອດ ທ້າຍເດືອນ ມິຖຸນາ ມີຜູ້ອົບພະຍົບເດີນທາງຂ້າມທະເລ ເມດີເຕຣານຽນມາຍັງທະວີບເອີຣົບ ແລ້ວ ປະມານ 32.080 ຄົນ ໃນຈຳນວນ
ນີ້ມີປະມານ 660 ຄົນ ຕ້ອງມາຈົບຊີວິດລົງໃນກາງທະເລດັ່ງກ່າວ.