ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ຈະ​ຕັດ​ງົບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ


     ຕາມ​ຂ່າວສານ  AFP ລາຍງານໃນ ວັນທີ 11 ກຸມພາ ນີ້ວ່າ: ປະທານາທິບໍດີ ໂດນັລ ທຣໍາສະເໜີແຜນຄ່າໃຊ້ຈ່າຍສໍາລັບງົບປະມານປີຕໍ່ໄປໃຫ້ກັບສໍານັກງານເລຂານຸ
ການ ສະພາ ຄອງເກຣດ ທີ່ມີມູນຄ່າລວມ 4,8 ຕື້ໂດລາ, ລວມທັງງົບປະມານເພີ່ມອີກ 2.000 ລ້ານໂດລາ ເພື່ອເດີນໜ້າໂຄງການ ກໍ່ສ້າງກໍາແພງປ້ອງກັນຈາກແມັກຊິກໄລ
ຍະທີ່ສອງເພີ່ມອີກ 740.500ໂດລາ. ສໍາລັບໜ່ວຍງານປ້ອງກັນປະເທດແມ່ນເພີ່ມຂຶ້ນອີກ 0,3% ຈາກງົບປະມານປັດຈຸບັນ, ເຊິ່ງຖືເປັນ ໂຕເລກສູງທີ່ສຸດໃນຮອບ 70 ປີ.

     ແຜນການຂອງ ທ່ານ ທຣໍາ ຍັງ ໄດ້ທົບທວນການຮ່ວມມືດ້ານການຕ່າງປະເທດທັງໃນ ລັດຕໍ່ລັດ ແລະ ຕໍ່ກັບອົງການລະຫວ່າງປະເທດ. ດ້ວຍເຫດນີ້, ຜູ້ນໍາສະຫະລັດ
ຈິ່ງສະເໜີຫຼຸດງົບປະມານທີ່ກ່ຽວຂ້ອງລົງ 21%, ແລ້ວນໍາເອົາເງິນເຫຼົ່ານັ້ນ ໄປສະໜັບສະໜູນໂຄງການດ້ານ ຄວາມໝັ້ນຄົງເພື່ອຮັບມືກັບໄພຄຸກຄາມຈາກຣັດເຊຍ ແລະ
ຈີນ ອີກ. ທັງຍັງຕັດງົບດ້ານສາທາລະນະສຸກ, ການສຶກສາ ແລະ ສິ່ງແວດລ້ອມອີກດ້ວຍ.

     ທ່ານ ທຣໍາຍັງໄດ້ປະເມີນ ການຂະຫຍາຍໂຕຂອງຜະລິດຕະພັນລວມພາຍໃນປະເທດ (ຈີດີ ພີ)ໄວ້ທີ່ 3% ໃນປີນີ້, ສູງກວ່າໂຕເລກຢ່າງເປັນທາງການຂອງ ປີທີ່ແລ້ວ,
ເຊິ່ງຈີດີພີ ຂະຫຍາຍໂຕ 2,3% ແລະ ຫຼາຍກວ່າການວິເຄາະໂດຍສໍານັກງານຄອງເກຣດ ທີ່ລະບຸວ່າ: ເສດຖະກິດຂອງສະ ຫະລັດໃນປີນີ້ຈະຂະຫຍາຍໂຕຢູ່ທີ່ 2,2%.