ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມກຽມເກັບພາສີ ນໍ້າຕານນຳ​ເຂົ້າຈາກປະເທດໄທ


     ສໍານັກຂ່າວຣອຍເຕີ ລາຍງານໃນ ວັນທີ 11 ກຸມພາ 2021 ນີ້, ໂດຍອີງຕາມຖະແຫຼງການ ກະຊວງການເງິນຂອງ ຫວຽດນາມ ເປີດເຜີຍເມື່ອ ວັນ
ອັງຄານ ທີ່ຜ່ານ ມາວ່າ: ຫວຽດນາມ ຈະເກັບພາສີຈາກການນໍາເຂົ້ານໍ້າຕານຈາກປະເທດໄທ ໃນອັດຕາ 33.88%, ແຕ່ແຜນການດັ່ງກ່າວຈະເລີ່ມປະຕິ
ບັດເມື່ອໃດ ແມ່ນຍັງບໍ່ທັນ ເປັນທີ່ຊັດເຈນ. ສ່ວນທາງຄະນະກົມການຜະລິດອ້ອຍ ແລະ ນໍ້າຕານຂອງໄທກ່າວຕໍ່ສື່ວ່າ: ລັດຖະບານ ໄທກໍາລັງເຈລະຈາກັບ
ກຸ່ມຜູ້ຄ້ານໍ້າຕານ ເພື່ອກຽມຊີ້ແຈງກັບລັດຖະບານ ຫວຽດນາມ.

     ກ່ອນໜ້ານີ້ຫວຽດນາມໄດ້ຍົກເລີກພາສີນໍາເຂົ້າຈາກກຸ່ມປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2020 ເພື່ອໃຫ້ເປັນໄປຕາມການຕົກລົງສິນຄ້າ
ຂອງອາຊຽນ, ແຕ່ຂໍ້ຕົກລົງດັ່ງກ່າວມີຂໍ້ກໍານົດໃຫ້ກຸ່ມອາຊຽນສາມາດເກັບພາສີສິນຄ້ານໍາເຂົ້າໄດ້ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງອຸດສາຫະກໍາ
ພາຍໃນປະເທດ ຈາກພຶດຕິກໍາຕໍ່ຕ້ານການແຂ່ງຂັນ.

     ການຕັດສິນໃຈເກັບພາສີຂອງ ຫວຽດນາມ ໂດຍສະເພາະຈາກນໍ້າຕານດິບພາຍຫຼັງກະຊວງ ການເງິນຫວຽດນາມ ໄດ້ສອບສວນການຄວບຄຸມນໍ້າ
ຕານໄທ ໃນຕະຫລາດເພີ່ມຂຶ້ນຈົນສົ່ງຜົນກະທົບກັບສິນຄ້າ ພາຍໃນ. ຈົນເຮັດໃຫ້ໂຮງງານຜະລິດນໍ້າຕານໃນ ຫວຽດນາມ ຕ້ອງປິດການຜະລິດລົງຫຼາຍ
ແຫ່ງ ແລະ ມີຄົນວ່າງງານຫຼາຍກ່ວາ 3.300 ຄົນ ແລະ ສົ່ງຜົນກະທົບຕໍ່ຄອບຄົວຊາວສວນປູກອ້ອຍ 93.225 ຄອບຄົວ.