ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູແກຣນ ປຶກສາຫາລື ກັບ ອີ​ຢູ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ສົ່ງ​ອອກ​ສິນຄ້າ


     ສໍານັກຂ່າວເອເອັບພີລາຍງານໃນ ວັນທີ 11 ພຶດສະພາ ໃຫ້ຮູ້ວ່າ: ທ່ານ ເດນິດ ຊະມິຮາດ ນາຍົກລັດຖະມົນຕີຂອງ ອູແກຣນ ໄດ້ພົບປະປຶກສາຫາລື
ກັບ ທ່ານ ນາງ ຊາເຣດ ມິກເຊວ ປະທານສະຫະພາບ ເອີຣົບ ທີ່ເມືອງໂອເດຊາ ເມືອງທີ່ຕັ້ງຢູ່ທາງພາກໃຕ້ ຂອງ ອູແກຣນ ກ່ຽວກັບຂັ້ນຕອນການແຂ້ໄຂບັນ
ຫາກ່ຽວຂ້ອງກັບການສົ່ງອອກສິນຄ້າດ້ານກະສິກໍາຂອງ ອູແກຣນ.

     ທ່ານ ເດນິດ ຊະມິຮາດ ກ່າວວ່າ: ການຂົນສົ່ງສິນຄ້າຜ່ານທ່າເຮືອອູແກຣນ ຜ່ານຊ່ອງທາງທະເລດໍາ ໄດ້ຖືກລະງັບມາຕັ້ງແຕ່ວັນທີ 24 ກຸມພາ ເນື່ອງ
ຈາກບັນຫາຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ອູແກຣນ ປັດຈຸບັນມີກຳປັ່ນປະມານ 70 ລໍາ ໄດ້ຖືກປິດກັ້ນທີ່ທ່າກຳ​ປັ່ນລໍາທີ່ທ່າກຳ​ປັ່ນ ໂອເດຊາ ເຊິ່ງກຳ​ປັ່ນສ່ວນ
​ຫຼາຍແມ່ນ​ເຮືອກຳ​ປັ່ນເປັນຜູ້ສົ່ງອອກສິນຄ້າ ປະເພດອັດກ່ອງ (ສຳເລັດຮູບ) ແລະ ເຮືອບັນທຸກສິນຄ້າແບບປະສົມປະສານ, ສິນຄ້າດ້ານການກະສິກໍາປະມານ
90 ລ້ານໂຕນທີ່ ອູແກຣນ ວາງແຜນທີ່ຈະສົ່ງໃຫ້ກັບປະເທດເຂດ ອາຟຣິກາ, ອາຊີ ແລະ ເອີຣົບ ໄດ້ຖືກປິດກັ້ນ ຈົນອາດຈະກໍ່ໃຫ້ເກີດວິກິດການດ້ານອາຫານ
ໂລກ. ທ່ານ ນາງ ຊາເຣດ ມິກເຊວ ກ່າວວ່າ: ຈະພະຍາຍາມສານສໍາພັນຄວາມຮ່ວມມືໃນການປ້ອງກັນທ່າເຮືອ ໂອເດຊາ ສໍາລັບບົດບາດສໍາຄັນໃນການຮັບ
ຮອງຄວາມໝັ້ນຄົງດ້ານອາຫານໂລກ ແລະ ສະຫະພາບ ເອີຣົບ ຈະເຮັດທຸກວິທີທາງເທົ່າທີ່ຈະຊ່ວຍໄດ້ ເພື່ອແກ້ໄຂບັນຫາວິກິດການດ້ານອາຫານໂລກ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 12/05/2022