ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມຄົ້ນຄວ້າໜັງສືອະນຸຍາດ ແລະ ນໍາໃຊ້ວັກຊີນ Nano Covax


     ສໍານັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 11 ສິງຫາ 2021 ນີ້ວ່າ: ທ່ານ ຟ້າມ ມິງ ຈີ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບໃຫ້ ລັດຖະ
ມົນຕີ ກະຊວງສາທາລະນະສຸກ ຄົ້ນຄວ້າ, ຊີ້ນໍາ ການອອກໜັງສືອະນຸຍາດ ແລະ ນໍາໃຊ້ວັກຊີນ Nano Covax ຕາມທິດຫຼຸດຜ່ອນຂັ້ນຕອນ, ລະບຽບການ
ບໍລິຫານ, ແຕ່ຕ້ອງຮັບປະກັນໃຫ້ຖືກຕາມຂໍ້ກໍານົດ ແລະ ສິດອໍານາດຢ່າງຮັດກຸມ.

     ເຊິ່ງວັກຊີນ Nano Covax ຂອງບໍລິສັດຫຸ້ນສ່ວນເຕັກໂນໂລຊີຊີວະສາດການຢາ Nanogen ແລະ ວິທະຍາຄານການແພດກອງທັບປະຊາຊົນຫວຽດ
ນາມ ຄົ້ນຄວ້າກໍາລັງທົດລອງໄລຍະ 3 ແລະ ກໍາລັງປະຕິບັດການຕີລາຄາ 3 ປັດໄຈ, ລວມມີລັກສະນະປອດໄພ, ລັກສະນະເກີດພູມຕ້ານທານ, ຜົນການປົກ
ປ້ອງຊີວິດຂອງອາສາສະໝັກ ຫວຽດນາມ ທີ່ມາສັກວັກຊີນອາຍຸແຕ່ 18 ປີ ຂຶ້ນໄປ.

     ວັນທີ 15 ສິງຫາ ນີ້, ຈະມີການຕີລາຄາຜົນການທົດລອງໄລຍະ 3. ບົນພື້ນຖານນີ້, ບັນດາອົງການທີ່ກ່ຽວຂ້ອງຈະກວດກາຄືນ ເພື່ອໃຫ້ໄດ້ຂໍ້ມູນເບື້ອງ
ຕົ້ນກ່ຽວກັບລັກສະນະເກີດພູມຕ້ານທານ ແລະ ຜົນການປົກປ້ອງຂອງວັກຊີນໃນໄລຍະ 3.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/08/2021