ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ປາ​ກິດ​ສະຖາ ລົງ​ເລິກ​ການ​ສືບຕໍ່ຮ່ວມ​ມື​ໃນ​ການ​ຕໍ່ຕ້ານ ລັດທິ​ກໍ່ການ​ຮ້າຍ ​ແລະ ດ້ານ​ອື່ນໆ


     ສໍານັກຂ່າວ ຊິນຮວ່າ ລາຍງານໃນວັນທີ 11 ກັນຍາ 2019 ນີ້ວ່າ: ທ່ານ ອາຣິບ ອານວີ ປະທານາທິບໍດີ ປາກິດສະຖານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ
ຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃນວັນທີ 9 ກັນຍາ ທີ່ຜ່ານ. ມາຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງ ອິດລາມາບັດ.

     ປະທານາທິບໍດີ ປາກິດສະຖານ ກ່າວວ່າ: "ປາກິດສະຖານ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຊ່ວຍເຫຼືອ
ໂດຍບໍ່ຮຽກຄ່າຕອບແທນແກ່ ປາກິດສະຖານ ໃນດ້ານຕ່າງໆເປັນເວລາດົນນານມາແລ້ວ. ປາກິດສະຖານ ຂໍອວຍພອນໃຫ້ ຈີນ ຈົ່ງປະສົບຄວາມສຳເລັດໃໝ່ຢ່າງບໍ່ຢຸດຢັ້ງ
ໃນການສ້າງສາ ແລະ ພັດທະນາປະເທດຕົນ, ປາກິດສະຖານ ຍິນດີລົງເລິກການຮ່ວມມືກັບ ຈີນ ໃນດ້ານການຕໍ່ຕ້ານລັດທິກໍ່ການຮ້າຍ".

     ທ່ານ ຫວາງຢີ້ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມຂອງທ່ານປະທານ ສີຈິ້ນຜິງ ເຖິງທ່ານ ອາຣິບ ອານວີ ແລະ ສະແດງຄວາມຂອບໃຈຕໍ່ ປາກິດສະຖານ
ທີ່ຢືນຄຽງບ່າຄຽງໄຫຼ່ກັບ ຈີນ ຢ່າງເດັດດ່ຽວໜຽວແໜ້ນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດຕົ້ນຕໍ  ຂອງ ຈີນ ເຊັ່ນ: ບັນຫາໃຕ້ຫວັນ, ບັນຫາຮົງກົງ ແລະ ບັນຫາອື່ນໆ.
ສ່ວນ ຈີນ ກໍຈະສືບຕໍ່ສະໜັບສະໜູນ ປາກິດສະຖານ ຢ່າງເດັດດ່ຽວໜຽວແໜ້ນ ເຊັ່ນກັນໃນການປົກປັກຮັກສາອຳນາດອະທິປະໄຕ, ກຽດສັກສີ ແລະ ຜືນແຜ່ນດິນອັນຄົບ
ຖ້ວນຂອງຊາດ ແລະ ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນເປັນທຳ ແລະ ຖືກຕ້ອງຕາມກົດໝາຍຂອງຕົນ.