ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຫ​ດລະ​ເບີດ​ໃນ ອັຟກາ​ນິສະຖານ ມີ​ຜູ້​ເສຍ​ຊີວິດ 5 ຄົນ


     ສໍານັກຂ່າວ ຣອຍເຕີ ລາຍງານເມື່ອວັນທີ 12 ກຸມພາ ໂດຍອ້າງຈາກຫຼາຍແຫຼ່ງຂ່າວຂອງ ປະເທດ ອັຟການິສຖານ ວ່າ: ເມື່ອວັນທີ 11 ກຸມພາ ທີ່ຜ່ານມາ. ໄດ້ມີຄົນ
ຮ້າຍກໍ່ເຫດລະເບີດ ສະຫຼະຊີບໃກ້ກັບໂຮງຮຽນທະຫານ ມາດສແຊຟາຣີມ ທີ່ນະຄອນຫຼວງ ກາບູນ ປະເທດ ອັຟການິສຖານ, ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດ
ເຈັບຈໍານວນຫຼາຍ. ໃນເບື້ອງຕົ້ນຍັງບໍ່ທັນມີກຸ່ມໃດອອກມາຮັບຜິດຊອບຕໍ່ເຫດການດັ່ງກ່າວ.

     ທ່ານ ນາຊັດ ຣາຮີມີ ໂຄສົກກະຊວງພາຍໃນຂອງ ອັຟການິສຖານ ໄດ້ອອກມາເປີດເຜີຍ ຕື່ມວ່າ: ເຫດລະເບີດຄັ້ງນີ້ ເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ 3 ຄົນ ແລະ
ພົນລະເຮືອນ 2 ຄົນ, ສໍາລັບສະຖານທີ່ຄົນຮ້າຍກໍ່ເຫດຢູ່ທີ່ໂຮງຮຽນທະຫານແຫ່ງນີ້ ສ້າງຂຶ້ນມາຕາມຮູບແບບຂອງ ເອີຣົບ ໄວ້ເພື່ອສໍາລັບເຝິກຊ້ອມນັກຮຽນທະຫານຊາວ
ອັຟການິສຖານ.

     ກຸ່ມຕິດອາວຸດໄດ້ກໍ່ເຫດໂຈມຕີກອງກໍາລັງດ້ານຄວາມໝັ້ນຄົງຂອງ ອັຟການິສຖານ ແລະ ກອງກໍາລັງທີ່ນໍາໂດຍ ສະຫະລັດອາເມຣິກາ ໃນ ອັຟການິສຖານ ຢ່າງຕໍ່ເນື່ອງ.
ໃນໄລຍະຫຼາຍເດືອນທີ່ຜ່ານມາ ເຖິງແມ່ນວ່າ ສະຫະລັດອາເມຣິກາ ແລະ ກຸ່ມຕິດອາວຸດ ຕາລີບັນ ກໍາລັງ ເດີນໜ້າເຈລະຈາສັນຕິພາບໃນໄລຍະສຸດທ້າຍກໍຕາມ.