ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຈະ​ຮ່ວມກັບ​ອົງການ​ອານາ​ໄມ​ໂລກ​ສະກັດ​ກັ້ນ​ພະຍາດ​ລະບາດ​​ໂຄ​ວິດ-19


ທ່ານ ຈ້າວຫຼີຈ້ຽນ ໂຄສົກ ກະຊວງການຕ່າງປະເທດຈີນກ່າວຖະແຫຼງການ

     ສຳນັກຂ່າວ ຊິນຮວາລາຍ ງານໃຫ້ຮູ້ໃນ ວັນທີ 9 ກໍລະກົດ ນີ້ວ່າ: ທ່ານ ຈ້າວຫຼີຈ້ຽນ ໂຄສົກ ກະຊວງການຕ່າງປະເທດ ຈີນ ໄດ້ກ່າວໃນຖະແຫຼງການປະຈໍາວັນວ່າຊ່ຽວ
ຊານຂອງອົງການອະນາໄມໂລກ ຈະຮ່ວມມືກັບຊ່ຽວຊານ ຈີນ ເພື່ອດຳເນີນການວາງແຜນທິດທາງວິທະຍາສາດ ກ່ຽວກັບຄວາມເປັນໄປໄດ້ຂອງການສະກັດກັ້ນເຊື້ອ ໄວຣັສ
ໂຄວິດ-19 ພາຍໃຕ້ກຸ່ມຊ່ຽວຊານຂັ້ນນໍາສາກົນ.

     ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມສະພາສາທາລະນະສຸກໂລກ ຄັ້ງທີ 73 ວ່າ: ຈີນສືບຕໍ່ສະໜັບສະໜູນນັກວິທະຍາສາດຈາກທົ່ວ
ໂລກ ເພື່ອດຳເນີນການຄົ້ນຄວ້າ ວິທະຍາສາດກ່ຽວກັບແຫຼ່ງກໍາເນີດ ແລະ ການແຜ່ລະບາດຂອງເຊື້ອ ໄວຣັສ ໂຄວິດ-19. ຈີນ ໄດ້ເຂົ້າຮ່ວມໃນການນຳ ສະເໜີມະຕິກ່ຽວ
ກັບພະຍາດ ໄວຣັສ ໂຄວິດ-19 ໃນສະພາສຸຂະພາບໂລກ ແລະ ຈະສະໜັບສະໜູນປະເທດສະມາຊິກພາຍໃຕ້ການນຳພາຂອງອົງການອະນາໄມໂລກ ໃນການຮ່ວມມືກ່ຽວ
ກັບການສະກັດກັ້ນພະຍາດໃນຂົງເຂດອື່ນໆ.

     ທ່ານ ຈ້າວຫຼີຈ້ຽນ ກ່າວວ່າ: ນັບແຕ່ເກີດການລະບາດ, ອົງການອະນາໄມໂລກ ແລະ ຈີນ ໄດ້ຮັກສາການສື່ສານ, ການຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນ ການ
ລະບາດຂອງພະຍາດຕິດແປດ ໃນຫຼາຍປະເທດໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າການຕິດຕາມພະຍາດ ໂຄວິດ-19 ແມ່ນມີຄວາມສັບສົນຫຼາຍ.

     ຫຼັງຈາກການປຶກສາຫາລືລະຫວ່າງ ອົງການອະນາໄມໂລກ - ຈີນ, ທັງສອງໄດ້ຕົກລົງເຫັນດີໃຫ້ອົງ ການອະນາ​ໄມໂລກ ສົ່ງຜູ້ຊ່ຽວຊານໄປປັກກິ່ງເພື່ອຮ່ວມມືກັບນັກວິ
ທະຍາສາດ ແລະ ຜູ້ຊ່ຽວຊານດ້ານການແພດຂອງຈີນ, ໄດ້ຮ່ວມມືກັນຕິດຕາມ ເຊື້ອໄວຣັສ ຢ່າງເຂັ່ງຂັດ. ນອກນັ້ນ, ຍັງດໍາເນີນການຄົ້ນຄວ້າ ແລະ ຮ່ວມມື ດ້ານວິທະຍາ
ສາດກັບສາກົນ, ອັນເຮັດໃຫ້ຂະບວນການດັ່ງກ່າວມີການພັດທະນາຢ່າງຕໍ່ເນື່ອງ.