ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສຶບຕໍ່​ເພີ່ມ​ທະວີ​ຮ່ວມ​ມື​ກັບ ສປຊ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ


ທ່ານ ເລ ຮ່ວາຍ ຈຸງ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ ຫວຽດນາມ

     ຂ່າວສານ ຫວຽດນາມ ລາຍງານໃນ ວັນທີ 10 ມັງກອນ ນີ້ວ່າ: ທ່ານ ເລ ຮວ່າຍ ຈຸງ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫວຽດນາມ ໄດ້
ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວາລະປຶກສາຫາລືຂັ້ນສູງທາງ ອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ໂດຍການເປັນປະທານຂອງ ທ່ານ ກວາຍເຊັດ
ປະທານາທິບໍດີ ຕຸຍນີຊີ, ປະທານສະພາຄວາມໝັ້ນຄົງ ເດືອນ ມັງກອນ 2021 ເປັນປະທານວາລະປຶກສາຫາລືໃນຫົວຂໍ້ “ບັນດາສິ່ງທ້າທາຍໃນການຮັກ
ສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນໃນສະພາບຂາດສະຖຽນລະພາບ.

     ທ່ານ ເລ ຮວາຍ ຈຸງ ໃຫ້ຂໍ້ສັງເກດວ່າ: ປີ 2020, ພະຍາດລະບາດ ໂຄວິດ-19 ໄດ້ເຮັດໃຫ້ໂລກຂາດສະຖຽນລະພາບຢ່າງຈະແຈ້ງ, ກໍຄືຂໍ້ຈຳກັດໃນ
ການຮັບມືກັບສິ່ງທ້າທາຍຕ່າງໆ ຂອງໂລກ. ໂດຍແມ່ນອົງການສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມ
ໝັ້ນຄົງຕ້ອງເດີນຕາມວິທີການສຳຜັດຮອບດ້ານ ແລະ ກວມລວມ, ຮັກສາຄວາມສາມັກຄີ ແລະ ກຳລັງຄວາມສາມາດຮັບມື, ເພີ່ມທະວີການຮ່ວມມືກັບ
ອົງການ ສປຊ ແລະ ອົງການຈັດຕັ້ງອື່ນໆ ໃນພາກພື້ນ ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນໂລກ.

     ທ່ານ ເລ ຮ່ວາຍ ຈຸງ ຢັ້ງຢືນວ່າ: ຫວຽດນາມ ເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນການປ່ຽນແປງຂອງ
ດິນຟ້າອາກາດ, ພະຍາດລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.