ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປົດປ່ອຍປະຊາຊົນ ຈີນ ຊ່ວຍເຫຼືອກອງທັບປະຊາຊົນ ຫວຽດນາມ


     ສຳນັກຂ່າວ ຊິນຮ່ວາ ລາຍງານໃນວັນທີ 11 ກຸມພາ ນີ້ວ່າ: ວັກຊີນໂຄວິດ-19 ງວດທີ 2 ທີ່ກອງທັບປົດປ່ອຍປະຊາຊົນ ຈີນ ຊ່ວຍເຫຼືອກອງທັບ ປະ
ຊາຊົນ ຫວຽດນາມ ໄດ້ຂົນສົ່ງໄປຮອດສະໜາມບິນສາກົນ ໂນ້ຍບາຍ ທີ່ນະຄອນຫຼວງ ຮ່າໂນ້ຍ ປະເທດ ຫວຽດນາມ ແລ້ວ, ຕາງໜ້າກ່າວມອບໂດຍ ທ່ານ
ຊົງ ໂບ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ແລະ ຕາງໜ້າ ກ່າວຮັບຂອງ ທ່ານ ຮວ່ງ ຊວນ ຈຽນ ກຳມະການສູນກາງພັກກອມມູນິດ ຫວຽດ
ນາມ. ທ່ານ ຊົງ ໂບ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງ ໃນການຮ່ວມມື ແລະ ຊ່ວຍເຫຼືອກັນໃນການຕ້ານກັບ
ສະພາບພະຍາດໂຄວິດ-19 ລະຫວ່າງສອງ ປະເທດ ແລະ ສອງກອງທັບ. ຈີນ ຍິນດີສືບຕໍ່ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສອງພັກ
ແລະ ສອງປະເທດ, ເພື່ອໃຫ້ການຊ່ວຍເຫຼືອ ຫວຽດນາມ ຕ້ານກັບນສະພາບພະຍາດຕາມຄວາມສາມາດຂອງຕົນ.

     ທ່ານ ຮ່ວງ ຊວນ ຈຽນ ໄດ້ຕາງໜ້າກອງທັບ ຫວຽດນາມ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອວັກຊີນອັນລໍ້າຄ່າຈາກປະເທດ ຈີນ ອີກເທື່ອໃໝ່,
ທ່ານເຫັນວ່າ: ການຊ່ວຍເຫຼືອຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບແບບ “ສະຫາຍອ້າຍນ້ອງ” ລະຫວ່າງ ຫວຽດນາມ-ຈີນ. ຫວຽດນາມ
ຈະເຮັດວຽກງານການສະໜອງ ແລະ ການສັກວັກຊີນທີ່ໄດ້ຮັບມານັ້ນໃຫ້ດີ, ຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ຄວບຄຸມສະພາບພະຍາດ ແລະ
ການຟື້ນຟູເສດຖະກິດໃຫ້ກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 14/02/2022