ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົດສະຕຣາລີປະກາດພາວະ​ສຸກ​ເສີນຮັບ​ມື​ກັບ​ໄພ​ນຳ້​ຖ້ວມ​ຄັ້ງ​ໃຫ່ຍ


     ສໍານັກຂ່າວ ເອເອັບພີ ລາຍງານໃນ ວັນທີ 11 ມີນາ ໃຫ້ຮູ້ວ່າ: ທາງການ ອົດສະຕຣາລີ ໄດ້ອອກມາປະກາດສະຖານະການສຸກເສີນລະດັບຊາດ ເພື່ອ
ຮັບມືກັບສະຖານະການນໍ້າຖ້ວມຮຸນແຮງໃນຫຼາຍພື້ນທີ່ຂອງປະເທດ ແລະ ປະກາດເຂດໄພພິບັດໃນຫຼາຍເມືອງທີ່ໄດ້ຮັບຄວາມເສຍຫາຍຈາກເຫດນໍ້າຖ້ວມ
ຄັ້ງດັ່ງກ່າວ.

     ທ່ານ ສະກັອດ ມໍຣິສັນ ນາຍົກລັດຖະມົນຕີ ຂອງອົດສະຕຣາລີ ກ່າວຫຼັງຈາກສໍາເລັດການລົງພື້ນທີ່ກວດສອບປະເມີນສະຖານະການນໍ້າຖ້ວມໜັກ ໃນ
ພື້ນທີ່ ນໍເທີນ ຣິເວດ ລັດນິວເຊົາ ເຊິ່ງມີນະຄອນຊິດນີເປັນເມືອງເອກວ່າ, ອົດສະຕຣາລີ ກໍາລັງກາຍເປັນປະເທດທີ່ເລີ່ມອາໄສຢູ່ຍາກຍິ່ງຂຶ້ນ ເນື່ອງຈາກມັກ
ຈະເກີດໄພພິບັດ ທາງທໍາມະຊາດຢູ່ເລື້ອຍໆ ອຸທົກກະໄພໃນຄັ້ງດັ່ງກ່າວນີ້ໄດ້ເຊື່ອມໂຍງກັບບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ເຊິ່ງເຮັດໃຫ້
ເກີດໄຟໄໝ້ປ່າຄັ້ງໃຫຍ່ເມື່ອປີ 2019.

     ພ້ອມດຽວກັນນັ້ນ, ທ່ານຍັງໄດ້ລະບຸວ່າ: ການບັນເທົາອຸທົກກະໄພ ເຊິ່ງເປັນແນວທາງທີ່ຈະຊ່ວຍຜູ້ປະສົບໄພໄດ້ຫຼາຍກວ່າການເຂັ້ມງວດເລື່ອງການ
ຄວບຄຸມການປ່ອຍມົນລະພິດຂອງ ອົດສະຕຣາລີ ການ ປະກາດມາດຕະການດັ່ງກ່າວຈະຊ່ວຍຫຼຸດຂັ້ນຕອນຫຍຸ້ງຍາກ ແລະ ເຮັດໃຫ້ການຊ່ວຍເຫຼືອເປັນໄປ
ໄດ້ຢ່າງວ່ອງໄວ.

     ໃນຂະນະດຽວກັນເຈົ້າໜ້າທີ່ຂອງທາງການ ອົດສະຕຣາລີ ລະບຸວ່າ: ໄດ້ລະດົມກໍາລັງເຈົ້າໜ້າທີ່ທະຫານເພີ່ມຂຶ້ນຈາກເດີມຫຼາຍກວ່າ 2 ເທົ່າ ເພື່ອລົງ
ພື້ນທີ່ປະສົບໄພນໍ້າຖ້ວມ, ຊ່ວຍເຫຼືອປະຊາຊົນ ໂດຍກ່ອນໜ້ານີ້, ລັດຖະບານ ອົດສະຕຣາລີ ໄດ້ອະນຸມັດເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມປະມານ 385
ລ້ານໂດລາອົດສະຕຣາລີ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 14/03/2022