ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກາຕາ ຈະຈັດການເຈລະຈາສັນຕິພາບໃນ ອັບການິດສະຖານ ຄືນໃໝ່


     ອີງຕາມຂ່າວສານ ຊິນຮ່ວາ ໃຫ້ຮູ້ໃນວັນທີ 10 ກັນຍາ ນີ້ວ່າ: ລັດຖະບານ ກາຕາ ໄດ້ປະກາດວ່າ ການເຈລະຈາກ່ຽວກັບສັນຕິພາບໃນ ອັບການິດສະຖານ ຮອບໃໝ່
ຈະເລີ່ມຂຶ້ນຢູ່ທີ່ນະຄອນຫຼວງ ໂດຮາຂອງກາຕາ ໃນວັນທີ 12 ກັນຍານີ້.

     ລາຍງານໄດ້ໃຫ້ຮູ້ວ່າ: ການເຈລະຈາດັ່ງກ່າວແມ່ນມີຈຸດປະສົງ ເພື່ອສະເໜີຄືນຂັ້ນຕອນການນໍາເອົາສັນຕິພາບທີ່ແທ້ຈິງມາສູ່ ອັບການິດສະຖານ.

     ທ່ານ ມຸດລັດ ອານກາຕານີ ຜູ້ແທນພິເສດຂອງລັດຖະມົນຕີກະຊວງການຕ່າງປະເທດຂອງ ກາຕາກ່າວວ່າ ເພື່ອການຕໍ່ຕ້ານການກໍ່ການຮ້າຍ ແລະ ການເປັນສື່ກາງໃນ
ການແກ້ໄຂບັນຫາຄວາມຂັດແຍ່ງ ໂດຍກາຕາ ໄດ້ໃຫ້ຄຸນຄ່າສູງທາງດ້ານການທູດ ແລະ ການເຈລະຈາໂດຍກົງ ເພື່ອແກ້ໄຂບັນຫາຄວາມຂັດແຍ່ງ. ທ່ານ ຍັງເນັ້ນອີກວ່າ:
ພວກເຮົາຈະສືບຕໍ່ເຮັດບົດບາດໜ້າທີ່ຂອງຕົນເອງ ເພື່ອສ້າງສະຖຽນລະພາບພາຍໃນພາກພື້ນ ແລະ ຂອບໃຈສໍາລັບການຮ່ວມມືໃນວຽກງານຕ່າງໆຈາກທຸກຝ່າຍ ແລະ ຄູ່
ຮ່ວມປະສານງານສາກົນ.