ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປະກາດວ່າໄດ້ຄົ້ນພົບຫ້ອງທົດລອງຊີວະພາບ 30 ກວ່າ ແຫ່ງຢູ່ ອູແກຣນ

     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຣັດເຊຍ ປະກາດວ່າໄດ້ຄົ້ນພົບຫ້ອງທົດລອງຊີວະພາບ 30 ກວ່າແຫ່ງຢູ່ ອູແກຣນ ແລະ ໄດ້ຮັບເອກະ
ສານທີ່ກ່ຽວຂ້ອງ, ຫ້ອງທົດລອງເຫຼົ່ານີ້ໄດ້ລົງທຶນຫຼາຍກວ່າ 200 ລ້ານໂດລາສະຫະລັດ. ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະຫະລັດເອງ, ສະຫະລັດມີ 26
ຫ້ອງທົດລອງຊີວະພາບຢູ່ໃນອູແກຣນ ແລະ ກະຊວງປ້ອງກັນປະເທດ ສະຫະລັດ ມີການຄວບຄຸມຢ່າງແທ້ຈິງ.

     ອາທິດທີ່ຜ່່ານມານີ້, ທ່ານ ວິກໂຊເຣຍ ນູແລນ ຮອງລັດຖະມົນຕີການຕ່າງປະເທດ ອາເມຣິກາ ໄດ້ຍອມຮັບໃນການພິຈາລະນາຂອງລັດຖະສະພາ ອາເມ
ຣິກາ ວ່າ: "ອູແກຣນ ມີສະຖານທີ່ຄົ້ນຄວ້າຊີວະພາບ" ແລະ ຝ່າຍ ອາເມຣິກາ ພວມຮ່ວມມືກັບຝ່າຍ ອູແກຣນ ເພື່ອສະກັດກັ້ນບໍ່ໃຫ້ "ເອກະສານຄົ້ນຄວ້າ"
ເຫຼົ່ານັ້ນຕົກຢູ່ໃນກຳມືຂອງ ຣັດເຊຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 15/03/2022